ກຸ່ມແມ່ຍິງປຸງແຕ່ງອາຫານ ບ້ານດົງສະຫວາດ ສ້າງລາຍໄດ້ຈາກ ຄວາມສາມັກຄີ

ກຸ່ມແມ່ຍິງປຸງແຕ່ງອາຫານ ບ້ານດົງສະຫວາດ ສ້າງລາຍໄດ້ຈາກ ຄວາມສາມັກຄີ

Posted by

ການພົບປະກັນ ພາຍຫລັງສຳເລັດວຽກເຮືອນ ອາດຖືເປັນເລື່ອງທຳມະດາຂອງ
ເອື້ອຍນ້ອງແມ່ຍິງ ແຕ່ຈະເຮັດແນວໃດໃຫ້ການພົບປະນຳມາຊຶ່ງຜົນປະໂຫຍດ
ແລະ ຄວາມສາມັກຄີ ນີ້ຄືຂໍ້ຄິດດີໆຂອງກຸ່ມປຸງແຕ່ງອາຫານ ເອື້ອຍນ້ອງແມ່ຍິງ
ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຈິ່ງພາໃຫ້ເກີດມີ
ຜະລິດຕະພັນອາຫານພື້ນເມືອງລາວອອກສູ່ສັງຄົມເຊັ່ນ ໜັງເຄັມ ໃສ້ອົ່ວເຄື່ອງ
ໝໍ້າແຊບ ແລະ ເຫືອກຈືນ ຊຶ່ງພວມໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.

ກຸ່ມແມ່ຍິງປຸງແຕ່ງອາຫານ ບ້ານດົງສະຫວາດ ເມືອງສີສັດຕະນາກ

ທ່ານນາງ ແພງສີ ລຸ້ງອຸບົນ ສະມາຊິກຂອງອົງການຈັດຕັ້ງສະຫະພັນແມ່ຍິງ
ບ້ານດົງສະຫວາດ ໃຫ້ຮູ້ວ່າ ໄລຍະຜ່ານມາ ຫົວໜ້າສະຫະພັນແມ່ຍິງຂອງບ້ານ
ໄດ້ແນະນຳໃຫ້ບັນດາເອື້ອຍແມ່ຍິງທີ່ມີເວລາຫວ່າງ ໃຫ້ຫາວິທີທາງໃນການສ້າງ
ລາຍໄດ້ເສີມໃຫ້ແກ່ຕົນເອງດ້ວຍການຊອກຮູ້ຊ່ອງທາງສ້າງອາຊີບທີ່ອາດກໍເກີດ
ທຸລະກິດຂະໜາດນ້ອຍໃດໜຶ່ງ ພ້ອມນັ້ນ ຍັງຈະນຳມາຊຶ່ງຄວາມສາມັກຄີຂອງ
ຊຸມຊົນ ເມື່ອມີທິດທາງຄືດັ່ງນັ້ນ ບັນດາເອື້ອຍນ້ອງແມ່ຍິງທີ່ມີເວລາຫວ່າງ ຈິ່ງ
ມາຮວມກຸ່ມກັນ ແລະ ປຶກສາຫາລື ເພື່ອສ້າງຜະລິດຕະພັນໃດໜຶ່ງອອກມາ
ເປັນສິນຄ້າ ແຕ່ວ່າພາຍໃນບ້ານກໍຍັງບໍ່ທັນມີເງື່ອນໄຂອຳນວຍອື່ນໃດ ຈິ່່ງມາ
ທົດລອງແປຮູບອາຫານພື້ນບ້ານຕາມທ່າແຮງຂອງກຸ່ມ ແລະ ໄດ້ເລີ່ມໂຮມໂຕ
ກັນທຳອິດເມື່ອທ້າຍເດືອນສິງຫາ 2013 ຊຶ່ງໄລຍະເລີ່ມຕົ້ນມີສະມາຊິກ 7 ຄົນ
ທີ່ຕົກລົງອອກທຶນໃສ່ກັນຜູ້ລະ 1 ແສນກີບ ແລ້ວໄປຊື້ໜັງແຜ່ນ(ໜັງຄວາຍ)
ຢູ່ໂຮງງານຂ້າສັດທັນສະໄໝດອນດູ່ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ
ມາປຸງແຕ່ງເປັນໜັງເຄັມສູດພິເສດ ເມື່ອເຮັດອອກມາແລ້ວ ເຫັນວ່າມີລູກຄ້າ
ມາຊື້ໄປບໍລິໂພກປະຈຳ ຈິ່ງໄດ້ເພີ່ມຜະລິດຕະພັນຕື່ມອີກເຊັ່ນ ໃສ້ອົ່ວເຄື່ອງ ໝໍ້າ
ເຫືອກຈືນ ຊຶ່ງມີຮ້ານອາຫານມາສັ່ງຊື້ປະຈຳ ທັງຍັງມີຜູ້ບໍລິໂພກຢູ່ພາຍໃນບ້ານ
ແລະ ບັນດາຫ້ອງການອ້ອມຂ້າງກໍມາສັ່ງຊື້ຢູ່ເລື້ອຍໆ.
ປັດຈຸບັນ ກຸ່ມປຸງແຕ່ງອາຫານຂອງແມ່ຍິງບ້ານດົງສະຫວາດ ມີສະມາຊິກ
11 ຄົນ ຊຶ່ງໃນແຕ່ລະວັນຜູ້ມີເວລາຫວ່າງຈະມາໂຮມກັນເພື່ອແປຮູບອາຫານ
ເປັນສິນຄ້າ ແລະ ໃນແຕ່ລະເດືອນກໍຈະມີການແບ່ງປັນຜົນກຳໄລໃຫ້ເປັນຄ່າ
ແຮງງານ ຊຶ່ງຈະໄດ້ປະມານຄົນລະ 300.000 ຫາ 400.000 ກີບຕໍ່ເດືອນ
ໂດຍໃນອາທິດໜຶ່ງຈະໄດ້ເຮັດວຽກ 3 ວັນ ອີງຕາມການຈັດຊື້ວັດຖຸດິບໄດ້
ນອກນັ້ນ ກໍຍັງມີກຳໄລອີກສອງສ່ວນທີ່ແບ່ງເຂົ້າກອງທຶນແມ່ຍິງບ້ານ ແລະ
ກອງທຶນແມ່ຍິງກຸ່ມຜະລິດອາຫານ ຊຶ່ງຈະມີການແບ່ງປັນຜົນໃນແຕ່ລະປີ
ແລະ ມີແຮໄວ້ຊ່ອຍເຫລືອຊຶ່ງກັນແລະກັນເວລາເຈັບເປັນ ຫຼື ມີຄວາມຈຳເປັນ
ພາຍໃນກຸ່ມ.
….ທ່ານນາງ ແພງສີ ໃຫ້ຮູ້ຕື່ມອີກວ່າ ເຖິງຈະບໍ່ແມ່ນລາຍໄດ້ຫລວງຫລາຍ
ແຕ່ການມາຮວມໂຕກັນແປຮູບອາຫານ ໄດ້ແລກປ່ຽນບົດຮຽນ ແລະ ຊອກ
ຊ່ອງທາງຕະຫລາດຮ່ວມກັນ ຄືບັນຍາກາດທີ່ດີ ຊຶ່ງສະແດງອອກເຖິງຄວາມ
ສາມັກຄີ ແລະ ຫົວຄິດປະດິດສ້າງ ເພື່ອໝູນໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ
ແກ່ຕົນເອງ ແລະ ຄອບຄົວ.
ສໍາລັບຜະລິດຕະພັນອາຫານປະເພດໜັງເຄັມ ໃສ້ອົ່ວເຄື່ອງ ຈືນເຫືອກ
ແລະ ໝໍ້າ ຈະຂາຍກັນໃນລາຄາເລີ່ມຕົ້ນແຕ່ 10.000 ກີບ ຂຶ້ນໄປ ທ່ານທີ່
ຕ້ອງການຊີມລົດຊາດອາຫານໃໝ່ ຜະລິດຕະພັນອາຫານ ຂອງ ກຸ່ມແມ່ຍິງ
ຜະລິດໜັງເຄັມ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງ
ວຽງຈັນ ເຊີນຕິດຕໍ່ໄດ້ທີ່ນໍາເບີໂທລະສັບ: 020 2224 0878 .

ໂດຍ:ພໍ່ເຜີ້ງ

3 Comments

  1. Bounleuth says:

    ຄົງມີຫຼາຍຄົນສົມຄວນເມື່ອໄດ້ອ່ານບົດນີ້ແລ້ວ ກໍອາດຊິຄຶດພໍ້ແລ້ວຫວນຄືນເຫັນວິຖີຊີວິດຂອງຄົນລາວເຮົາໃນຄາວກ່ອນປາງຫຼັງ ແລະວິຖີຊີວິດທີ່ເວົ້າເຖິງນີ້ແມ່ນການສ້າງຢູ່ເຮັດກິນ. ເນື້ອຄວາມບົດແຈ້ງອອກໃຫ້ຮູ້ວ່າ ການດໍາເນີນການຂອງກຸ່ມຜະລິດດັ່ງກ່າວນີ້ ເກີດຂຶ້ນບົນພື້ນຖານການເຕົ້າໂຮມກັນຂອງຄົນຜູ້ທີ່ວ່າງຈາກວຽກງານ: “…ການພົບປະກັນພາຍຫລັງສຳເລັດວຽກເຮືອນ ອາດຖືເປັນເລື່ອງທຳມະດາຂອງເອື້ອຍນ້ອງແມ່ຍິງ ແຕ່ຈະເຮັດແນວໃດໃຫ້ການພົບປະນຳມາຊຶ່ງຜົນປະໂຫຍດ ແລະຄວາມສາມັກຄີ…”. ອັນນີ້ໄດ້ສົ່ງສະທ້ອນໃຫ້ເຫັນເຖິງຜູ້ເຄື່ອນໄຫວ, ໂອກາດ, ໜ້າວຽກ, ວິທີການ, ຄວາມຫວັງ, ການພົວພັນໄປມາຫາສູ່ກັນ,… ເຊິ່ງເປັນລ້ວນແລ້ວແຕ່ກ້ຽວພັນກັບວິຖີຊີວິດຂອງຄົນລາວມາແຕ່ດັ້ງເດີມ!!!
    ຫາກວ່າຢຸດພັກ-ຫັກຫຼີກຄວາມເປັນທັນສະໄໝທັງຫຼາຍທັງປວງໃນປັດຈຸບັນໄວ້ຈັກໜ້ອຍ ແລ້ວປ່ອຍໃຫ້ແນວຄວາມຄຶດຫວນກັບຄືນໄປເບິ່ງວິຖີຊີວິດບາງອັນບາງແນວໃນຄາວກ່ອນ ກໍອາດພາໃຫ້ເກີດມີຄວາມເຂົ້າໃຈຕໍ່ພາລະບົດບາດທາງສັງຄົມຂອງເອື້ອຍນ້ອງແມ່ຍິງຫຼາຍຂຶ້ນ. ເຖິງປານັ້ນກໍຕາມ, ເທື່ອນີ້ຂໍເອົາມາຕັ້ງເປັນຂໍ້ແລກ ປ່ຽນພຽງແຕ່ສອງບັ້ນໃນຊີວິດຂອງແມ່ຍິງຜູ້ນຶ່ງຄື ຍາມບໍ່ທັນມີຄອບຄົວ ແລະເມື່ອມີຄອບຄົວແລ້ວ. ຄາວກ່ອນພຸ້ນ, ຫຼັງຈາກມ້ຽນພາແລງແລ້ວ ແມ່ຍິງໜຸ່ມທັງຫຼາຍກໍມັກພາກັນລົງຂ່ວງຄື ສຸມໄຟເປັນກອງຂຶ້ນຢູ່ກາງເດີ່ນບ້ານໃຫ້ເຫັນຮຸ່ງ ແລ້ວເຮັດວຽກຢູ່ໃກ້ກັບກອງໄຟກອງນັ້ນ. ການຕັ້ງຂ່ວງນີ້ກໍບໍ່ຈໍາກັດດ້ານຈໍານວນຄົນ, ອາດມີສອງສາມເຮືອນທີ່ຢູ່ໃກ້ກັນໂຮມກັນເປັນຂ່ວງນຶ່ງ ເຊິ່ງໜ້າວຽກທີ່ຖືກພາກັນເອົາມາເຮັດກໍບໍ່ຈໍາກັດດັ່ງດຽວກັນ ແຕ່ອັນຕົ້ນຕໍກໍແມ່ນຜະລິດເຄື່ອງໃຊ້ສອຍພາຍໃນຄອບຄົວ ທັງສິ່ງທີ່ຜະລິດກໍມີລັກສະນະເປັນໄປຕາມລະດູການອີກດ້ວຍເຊັ່ນ ເຂັນຝ້າຍ, ປັ່ນຫຼອດ, ຫັກຄ້າ, ຕໍ່າສາດ, …
    ຄືນໃດເດືອນແຈ້ງ ບັນຍາກາດກໍມີລັກສະນະຟົດຟື້ນກວ່າເກົ່າ ແລະຜູ້ທີ່ດີໃຈຫຼາຍພ້ອມທັງເຮັດໃຫ້ມີສຽງປີບຮ້ອງ-ໂຮແຊວກໍຄືຊິແມ່ນພວກເດັກນ້ອຍທັງຫຼາຍຫັ້ນລະ! ເຂົາເຈົ້າຕ່າງກໍພາກັນຂານອາສາເປັນຜູ້ສຸມຟືນໃຫ້ໄຟລຸກຮຸ່ງຢູ່ຕະຫຼອດ ແຕ່ເບິ່ງແລ້ວກໍຄືຈັ່ງວ່າເຮັດແບບມ່ວນຊື່ນ-ຢອກກັນຫຼາຍກວ່າເອົາຈິງເອົາຈັງ; ມີຫຼາຍເທື່ອທີ່ຜູ້ນຶ່ງຈຸຟືນເຂົ້າ ແລ້ວຜູ້ນຶ່ງຊໍ້າພັດຊຸກອອກ; ຈຸເຂົ້າ-ຊຸກອອຫຼາຍເທື່ອກໍມີການຖົກຖຽງກັນດັງຂຶ້ນ ຈົນຖືກວ່າໃຫ້ສາຈຶ່ງພາກັນເຊົາ ແລ້ວກໍປ່ຽນໄປເຮັດແນວອື່ນ ບໍ່ພໍຄາວກໍມີສຽງຮ້ອງຂອງຜູ້ໃຫຍ່ເອີ້ນໄປໃສ່ອີກ!! ຊີວິດບັ້ນນຶ່ງຂອງຄົນຈໍານວນຫຼາຍສົມຄວນໃນຄາວນັ້ນກໍຕັ້ງວ່າເປັນແນວນັ້ນລະ! ຂອງແນວວ່າ ເດັກນ້ອຍ!!!
    ສຽງປີບຮ້ອງ-ໂຮແຊວຂອງພວກເດັກນ້ອຍຄ່ອຍໆຈາງຫາຍໄປ ເມື່ອມີສຽງແຄນ, ສຽງໝາກກະຈັບປີ່ດັງໃກ້ເຂົ້າມາໃນວົງຂ່ວງ. ແລ້ວເວລາຕໍ່ແຕ່ນັ້ນໄປ, ຂ່ວງກໍປ່ຽນສະພາບເປັນເວທີສິລະປະພື້ນເມືອງໂດຍປະລິຍາຍ: ມີຜູ້ເປົ່າແຄນ, ຜູ້ຕ່ອຍໝາກກະຈັບປີ່ປະສານກັນ; ມີສຽງຕໍແຍກັນເປັນສໍານວນຜະຫຍາ ເຊິ່ງສ່ວນຫຼາຍແມ່ນຝ່າຍທີ່ມາລົມເປັນຜູ້ຈ່າຍອອກ ແລະດົນໆຈຶ່ງມີສຽງຈ່າຍຕອບຈາກພວກເຈົ້າຂອງຂ່ວງ. ເຫດການຕອນນັ້ນຈັ່ງແມ່ນຄືກັບຖ້ອຍຄໍາ-ສໍານວນບູຮານທີ່ເວົ້າໄວ້ວ່າ “ນາດີຍ້ອນຝຸ່ນ ບ້ານເມືອງອຸ່ນຍ້ອນບ່າວສາວ”. ໃນຍາມແນວນັ້ນ, ອ້າຍບ່າວຜູ້ໃດທີ່ຕັ້ງໃຈຈະສ້າງຄອບຄົວກັບຍິງສາວຜູ້ໃດກໍຈະເວົ້າລົມກັນພໍອຸ່ມອິ່ມ ເຊິ່ງໝູ່ທີ່ນັ່ງນໍາກໍພໍໄດ້ຍິນແດ່-ບໍ່ໄດ້ຍິນແດ່ ຕາມແຕ່ວ່າອັນໃດທີ່ທັງສອງຄົນຢາກໃຫ້ຜູ້ອື່ນໄດ້ຍິນ-ບໍ່ໄດ້ຍິນນໍາ. ເວົ້າແນວນຶ່ງ, ຄວາມຮັກຂອງບ່າວສາວຄາວນັ້ນກໍຕັ້ງວ່າເກີດຂຶ້ນບົນພື້ນຖານວຽກງານທີ່ກ້ຽວຕິດກັບວິຖີຊີວິດຂອງຄົນເຮົາອີ່ຫຼີ. ຄືຊິເປັນແນວນັ້ນອີ່ຫຼີຫັ້ນລະເພິ່ນຈຶ່ງຝາກຖ້ອຍຄໍາ-ສໍານວນໄວ້ອີກວ່າ “ຄືນໃດເດືອນໃສແຈ້ງ ແຍງເງົາພໍພຸ່ມພຸູ່ ໃຜຜູ້ມີຊູ້ແລ້ວຄະນິງໂອ້ອ່າວຫຼັງ”!!!
    ເມື່ອສ້າງຄອບຄົວແລ້ວ, ແມ່ຍິງກໍຍິ່ງມີພາລະບົດບາດຕໍ່ຄອບຄົວ ແລະສັງຄົມສູງກວ່າເກົ່າຫຼາຍທົບເທົ່າ. ຕໍ່ກັບຂໍ້ນີ້ກໍເຄີຍໄດ້ຕັ້ງເປັນຂໍ້ແລກປ່ຽນ (ມາແລ້ວຫຼາຍເທື່ອ) ວ່າ ຢູ່ໃນຄອບຄົວນຶ່ງ ແມ່ຍິງເປັນຜູ້ເບິ່ງແຍງທັງຜູ້ໃຫຍ່ ແລະເດັກນ້ອຍ; ເປັນຜູ້ທີ່ເປັນຫ່ວງເປັນໃຍຕົ້ນຕໍໃນການຮໍ່າຮຽນຂອງພວກລູກ, ສຸຂະພາບຂອງທຸກໆຄົນ; ເປັນຜູູ້ເກັບຜັກ-ຫັກໜໍ່-ຊອກຢູ່ຫາກິນເພື່ອຊີວິດຂອງທຸກໆຄົນໃນຄອບຄົວ. ກວ້າງອອກໄປ, ເຂົາເຈົ້າເປັນຜູ້ເບິ່ງແຍງຄວາມເປັນສຸກ-ເປັນທຸກຂອງຍາດພີ່ນ້ອງ ແລະທົ່ວຊຸມຊົນ. ອັນສໍາຄັນອີກອັນນຶ່ງ, ເຂົາເຈົ້າເປັນຜູ້ທີ່ຄົງໄວ້ເຊິ່ງຄວາມສະເໜີຕົ້ນສະເໝີປາຍໃນການປົກປັກຮັກສາ-ເສີມຂະຫຍາຍວັດທະນະທໍາ, ຮີດຄອງປະເພນີອັນດີງາມທີ່ມີອາແຕ່ກ່ອນ ແລະວັດວາສາສະໜາອັນເປັນສູນເຕົ້າໂຮມທາງດ້ານຄວາມເຊື່ອ!!!
    ເວົ້າເຖິງ “ບົດບາດຂອງແມ່ຍິງຕໍ່ຊຸມຊົນ” ກໍແຮ່ງເຫັນໄດ້ແຈ້ງຄັກ ເພາະຫາກເບິ່ງຄືນນັບແຕ່ຄາວກ່ອນໆພຸ້ນຈົນມາຮອດປັດຈຸບັນກໍຊິເຫັນໄດ້ວ່າ ຜູ້ທີ່ເປັນ “ແມ່ໃນຄອບຄົວ” ເປັນຜູ້ເຮັດໜ້າທີ່ໃນການພົວພັນກັບພາກສ່ວນອື່ນໄດ້ເປັນຢ່າງດີ. ໃນຊີວິດຈິງ, ເມື່ອມີວຽກງານໃດນຶ່ງໃນຄອບຄົວທີ່ຈໍາຕ້ອງມີແຮງງານ/ຜູ້ເຂົ້າຮ່ວມຫຼາຍຄົນເຊັ່ນ ດໍານາ, ກ່ຽວເຂົ້າ, ປຸກ-ແປງເຮືອນ, ບາສີສູ່ຂວັນ, ເອົາໃພ້ເອົາເຂີຍ, … ໜ້າທີ່ເພື່ອນໍາເອົາຂ່າວນີ້ໄປເລົ່າຕໍ່ຍາດພີ່ນ້ອງ, ໝູ່ເພື່ອນ ແລະຊາວບ້ານກໍລ້ວນແລ້ວແຕ່ຕົກເປັນພູດຂອງແມ່ຍິງ ຫຼືຜູ້ເປັນແມ່ໃນຄອບຄົວນັ້ນເອງ. ຄືຊິມີຄວາມເປັນໄປດັ່ງທີ່ເວົ້າມາສູງສົມຄວນ ເພິ່ນຈຶ່ງມີຖ້ອຍຄໍາ-ສໍານວນຝາກໄວ້ອີກວ່າ “ແກງເພິ່ນແຊບ[ກໍ]ຍ້ອນປາແດກເພິ່ນນົວ ຜົວເພິ່ນດີ[ກໍ]ຍ້ອນເມຍເພິ່ນຊ່າງ”!!!
    ອັນທີ່ຕັ້ງຂຶ້ນ-ຍົກມາເປັນຂໍ້ແລກປ່ຽນທັງເໝິດນີ້ ບໍ່ແມ່ນເພື່ອຢາກໃຫ້ພວກເຮົາກັບຄືນໄປເປັນຄືກັບອັນທີ່ຜ່ານກາຍໄປແລ້ວ ແຕ່ຢາກຕັ້ງຂຶ້ນເພື່ອຢັ້ງຢືນວ່າ ບໍ່ວ່າຍຸກໃດສະໄໝໃດ ແມ່ຍິງກໍຍັງຄົງມີພາລະບົດອັນສໍາຄັນໃນການກໍ່ສ້າງຄອບຄົວ ແລະພັດທະນາສັງຄົມ; ຍິ່ງໃນລະດັບຄອບຄົວ ແລະເບິ່ງຕາມປະເພນີແລ້ວ ຍັງມີຫຼາຍອັນທີ່ແມ່ຍິງມີບົດບາດຕົ້ນຕໍໃນການຕັດສິນອີກດ້ວຍ!!!
    ຕໍ່ກັບການໂຮມເປັນກຸ່ມຂອງແມ່ຍິງບ້ານດົງສະຫວາດ ເພື່ອຜະລິດອາຫານດັ່ງທີ່ບົດນີ້ແຈ້ງອອກ ກໍຄົງຖືໄດ້ວ່າເປັນການເສີມຂະຫຍາຍມູນເຊື້ອຫົວຄິດປະດິດສ້າງ ແລະຄວາມສາມາດຂອງເອື້ອຍນ້ອງແມ່ຍິງລາວເຮົາ. ເຖິງແມ່ນວ່າບໍ່ມີຕົວເລກລະອຽດບົ່ງຊີ້ເຖິງລະດັບການຂະຫຍາຍຕົວຂອງວຽກງານນີ້ ແຕ່ກໍເວົ້າໄດ້ວ່າ ກິດຈະການມີການເຕີບໃຫຍ່ຂຶ້ນ: ສະມາຊິກເພີ່ມຂຶ້ນເຖິງ ໔ ຄົນພາຍໃນປີດຽວ; ປະເພດຜະລິດຕະພັນກໍເພີ່ມຂຶ້ນຈາກປະເພດດຽວໃນຕອນທໍາອິດເປັນ ໔ ປະເພດ; ມີລູກຄ້າທີ່ມີລັກສະນະເປັນປົກກະຕິ “…ມີຮ້ານອາຫານມາສັ່ງຊື້ປະຈຳທັງຍັງມີຜູ້ບໍລິໂພກຢູ່ພາຍໃນບ້ານ ແລະບັນດາຫ້ອງການອ້ອມຂ້າງກໍມາສັ່ງຊື້ຢູ່ເລື້ອຍໆ.” ເບິ່ງຈາກຈຸດນີ້ກໍເຫັນໄດ້ວ່າ ກິດຈະການມີທ່າແຮງໃນການຂະຫຍາຍຕົວ. ກ້າວຂຶ້ນ! ແມ່ຍິງລາວ!!!

  2. ຂອບໃຈອາຈານບຸນເລີດທີ່ເວົ້າຈົນເຫັນພາບໃນອະດີດເລີຍ.

  3. savanh khamphat says:

    ຊົມ​ເຊີຍ ​ແລະ​ເຫັນ​ດີ​ນຳ ​ກຸ່​ມ​ແມ່​ຍິງ​ບ້ານ​ດົງ​ສະ​ຫ​ວາດ​,​ທີ່​ຫົວ​ໜ້າ​ກຸ່ມ​ມີ​ແນວ​ຄິດ​ສ້າງ​ ມີ​ຄວາມ​ສາ​ມັກ​ຄີ ​ແລະ​ໃຊ້​ເວ​ລາ​ຫວ່າງ​ເປັນ​ປະ​ໂຫຍດ ​ແລະ​ຍັງ​ສ້າງ​ລາຍ​ຮັບ​ໃຫ້​ຕົນ​ເອັງ ​ແລະ​ຄອບ​ຄົວ​ອີກ​ດ້ວຍ.
    ທີ່​ຈິງ​ແລ້ວ​ ແມ່​ຍິງ​ລາວ​ເຮົາ​ມີ​ມຸນ​ເຊື້ອ​ດຸ​ໝັ່ນ​ຄ​ຽງ​ບ່າ​ຄ​ຽງ​ໄຫລ່​ກັບ​ເພດ​ຊາຍ​ມາ​ແຕ່​ດຶກ​ດຳ​ບັນໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ແລະ​ສັງ​ຄົມ ​ແລະ​ກໍ​ຍັງ​ມີ​ຫລາຍ​ວຽກ​ທີ່​ເພດ​ຊາຍ​ເຮັດ​ບໍ່​ໄດ້​ຄື​ກັບ​ເພດ​ຍິງ.
    ການ​ທີ່​ຈະ​ທຳ​ທຸ​ລະ​ກິດ​ແມ່ນ​ຕ້ອງ​ເລີ່ມ​ຈາກ​ນ້ອຍ​ໄປ​ຫາ​ໃຫ່​ຍ, ເສັ້ນ​ທາງ​ຍາວ 36 ກິ​ໂລ​ແມັດ ​ຖ້າ​ຍ່າງກໍ​ແມ່ນ​ເລີ່ມ​ຈາກ​ບາດ​ກ້າວ​ທຳ​ອິດ.
    ຢາກ​ໃຫ້​ແມ່​ຍິງ​ລາວ​ດ້ານ​ບ້ານ​ເອົາ​ເປັນ​ແບບ​ຢ່າງ​ສົ່ງ​ເສີມ​ຫົວ​ຄິດ​ປະ​ດິດ​ສ້າງ​ເປັນ​ຂອງ​ຕົນ​ເອງ ​ແລະ​ຄວາມ​ມຸ່ງ​ໝາຍໃຫ້​ເກີດດອກ​ອອກ​ຜົນ.

    ຂໍ​ໂທດ​ນຳ​ເດີບໍ່​ແມ່ນ​ເວົ້າ​ຮວມ, ເອື້ອຍ​ນ້ອງ​ແມ່ຍິງ​ເຮົາ​ທີ່​ເປັນ​ຄົນ​ດີ​ນັ້ນ​ແມ່ນ​ມີ​ຫລາຍ​ແທ້ ມີ​ຫ​ລາຍ​ທ່ານກໍ​ໄດ້​ກາຍ​ເປັນ​ການ​ນຳ ຂັ້ນ​ບ້ານ, ຂັ້ນ​ເມືອງ, ຂັ້ນ​ແຂວງ, ຂັ້ນ​ສຸນ​ກາງ… ,ກົງ​ກັນ​ຂ້າມ​ແມ່​ຍິງ​ມີ​ບາງ​ກຸ່ມ​ຄົນ​ບາງ​ບ້ານ, ​ເມື່ອ​ເຕົ້າ​ໂຮມ​ກັນ​ແລ້ວກໍມີ​ແຕ່​ເບິ່ງ​ລາຍ​ມື ຫຼື ບໍ່ກໍ​ຍົກ​ຈອກ ແລ້ວ ເວົ້າ​ວ່າ ຈົ່ມ​ຂັວນ​ຜູ້ນັ້ນ​ຜູ້ນີ້, ຜູ້ນັ້ນ​ເປັນ​ແນວນິ້, ຜູ້ນິ້ເປັນ​ແນວນັ້ນ…ແທນ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັນ ຊອກ​ຫາ​ວີ​ທີ​ທຳ​ມາ​ຫາ​ກິນ​ລ້ຽງ​ຊີບ​ຄອບ​ຄົວ ຫຼື ກໍ​ເຮັດ​ແນວ​ອື່ນ​ທີ່​ເປັນ​ປະ​ໂຫຍດ​ກ່​ວານັ້ນ.

Leave a Reply

Your email address will not be published. Required fields are marked *

*