ຄວາມເປັນມາຂອງອິນເຕີເນັດ ແລະ ສື່ສັງຄົມອອນໄລນ໌

ຄວາມເປັນມາຂອງອິນເຕີເນັດ ແລະ ສື່ສັງຄົມອອນໄລນ໌

Posted by

ອິນເຕີເນັດ (Internet) ກໍາເນີດເກີດຂຶ້ນທໍາອິດ ໃນປະເທດສະຫະລັດອາເມຣິກາ ເມື່ອປີ 1969 ແມ່ນອົງການທະຫານ
ຂອງ ສະຫະລັດອາເມຣິກາ ທີ່ຊື່ວ່າ ຢູ ເອັສ ດີເຟນສ໌ ດີພາດເມັນ (U.S.Defence Department) ເປັນຜູ້ຄິດຄົ້ນຂຶ້ນມາ
ເພື່ອສະໜັບສະໜູນການວິໄຈທາງດ້ານການທະຫານ ເນື່ອງຈາກວ່າປີ 1967 ເປັນເວລາແຫ່ງຄວາມເຄັ່ງຕຶງຂອງສົງຄາມເຢັນ
ລະຫວ່າງກຸ່ມປະເທດຄອມມູນິດ ກັບ ກຸ່ມປະເທດເສລີປະຊາທິປະໄຕ ສະຫະລັດອາເມຣິກາ ເຊິ່ງເປັນຜູ້ນຳຂອງກຸ່ມປະເທດ
ເສລີປະຊາທິປະໄຕ ໄດ້ສ້າງຕັ້ງຫ້ອງປະຕິບັດການທົດລອງການຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີ ລະບົບຄອມພິວເຕີຂຶ້ນ
ເພື່ອຮັບໃຊ້ລະບົບຕານ່າງທີ່ສ້າງຂຶ້ນມາ ໂດຍເອີ້ນວ່າ “ລະບົບບໍ່ມີວັນຕາຍ” ເນື່ອງຈາກວ່າລະບົບດັ່ງກ່າວ ຈະໃຊ້ວິທີສົ່ງຂໍ້ມູນ
ດ້ວຍຄື້ນ ໄມໂຄຣເວັບ ດັ່ງນັ້ນ ຝ່າຍວິໄຈຂອງອົງການ ຈິ່ງໄດ້ຕັ້ງລະບົບຕານ່າງ (Network) ໂດຍເອີ້ນວ່າ ARPA net
ເຊິ່ງຫຍໍ້ມາຈາກຄຳວ່າ (Advance Research Project Agency net) ເຊິ່ງປະສົບຄວາມສໍາເລັດ ແລະ ໄດ້ຮັບຄວາມນິຍົມ
ໃນໜ່ວຍງານການທະຫານ ອົງການລັດຖະບານ ແລະ ສະຖາບັນການສຶກສາຕ່າງໆ.

……………..ປີ 1980 ຄົນທົ່ວໄປເລີ່ມສົນໃຈອິນເຕີເນັດຫຼາຍຂຶ້ນ ດັ່ງນັ້ນ ອິນເຕີເນັດ ຈິ່ງເປັນລະບົບຕານ່າງທີ່ມີ
ການພັດທະນາມາຕໍ່ເນື່ອງເປັນເວລາ 30 ກ່ວາປີ ເຊິ່ງໃນຕະຫຼອດໄລຍະເວລາ ທີ່ມີການພັດທະນາຂອງອິນເຕີເນັດນັ້ນ ສາມາດ
ແບ່ງອອກເປັນ 3 ຍຸກຄື:

  • ອິນເຕີເນັດ 1.0 ( Internet 1.0)

…..ເປັນຍຸກທຳອິດຂອງການເຊື່ອມຕໍ່ ເພື່ອການສື່ສານລະຫວ່າງບຸກຄົນ ກັບຄອມພິວເຕີ ເປັນເວັບ (Web) ທີ່ສະແດງ
ເນື້ອຫາສາລະຢ່າງດຽວຂອງບຸກຄົນ ແຕ່ລະຄົນບໍ່ສາມາດໂຕ້ຕອບກັນ ຜ່ານໜ້າເວັບໄຊໂດຍກົງໄດ້ ສຳລັບການຄົ້ນຄ້ວາຫາ
ຂໍ້ມູນ ແລະ ການສື່ສານກັນນັ້ນ ແມ່ນຕ້ອງໄດ້ໃຊ້ຈົດໝາຍ ເອເລັກໂຕຣນິກ (Email) ແລະ ຢູສ໌ເນັດ (Use Net) ເຊິ່ງ
ແມ່ນ Google ໃນປັດຈຸບັນ.

  • ອິນເຕີເນັດ 2.0 (Internet 2.0)

…..ເປັນຍຸກຕໍ່ມາຂອງການເຊື່ອມຕໍ່ເພື່ອສື່ສານ ລະຫວ່າງ ບຸກຄົນ ກັບ ຄອມພິວເຕີ ໂດຍຜ່ານລະບົບການບໍລິການ
(Web ຫຼື World Wide Web) ໃນຍຸກນີ້ ບຸກຄົນສາມາດເຂົ້າຄອມພິວເຕີ ເພື່ອວຽກງານໃດນຶ່ງ ທີ່ມີໄລຍະທາງຫ່າງໄກກັນ
ແລະ ຍັງສາມາດຕອບໂຕ້ກັນຜ່ານໜ້າເວັບໄດ້ໂດຍກົງ ໂຕຢ່າງ (Facebook) ເຊິ່ງສະມາຊິກແຕ່ລະຄົນ ສາມາດນໍາເອົາ
ສື່ຕ່າງໆ ບໍ່ວ່າຈະເປັນເນື້ອຫາສາລະ ຮູບພາບ ວີດີໂອ ຂຶ້ນໄປເຜີຍແຜ່ຕາມໜ້າເວັບໄຊ ເພື່ອໃຫ້ຄົນອື່ນໄດ້ເຫັນນໍາ.

  • ອິນເຕີເນັດ 3.0 (Internet 3.0)

…..ເປັນຍຸກທີ່ຄົນເຮົາ ພວມກ້າວໄປສູ່ການສື່ສານ ເພື່ອພັດທະນາການເຊື່ອມຕໍ່ລະຫວ່າງ ຄອມພິວເຕີ ກັບ ຄອມພິວເຕີ
(Computer to Computer Communication) ໃນແນວຄວາມຄິດຂອງຍຸກນີ້ ແມ່ນເປັນບັນຫາທີ່ຕ້ອງທຳຄວາມເຂົ້າໃຈ
ໃຫ້ເລິກເຊິ່ງ ເນື່ອງຈາກວ່າຍຸກນີ້ ເປັນຍຸກແຫ່ງການນຳໃຊ້ອິນເຕີເນັດທີ່ສຳຄັນຫຼາຍຂອງມະນຸດ ເພາະໃນຂະນະນີ້ ອິນເຕີເນັດ
ພວມກ້າວເຂົ້າສູ່ຍຸກທີ 3.

……..ປັດຈຸບັນ ສື່ສັງຄົມອອນໄລນ໌ ໄດ້ເຂົ້າມາມີບົດບາດສຳຄັນຫຼາຍ ໃນການສື່ສານໃນສັງຄົມ ມີທັງສິ່ງທີ່ເປັນປະໂຫຽດ
ສ້າງສັນສັງຄົມ ແຕ່ພ້ອມດຽວກັນນັ້ນ ກໍມີຫຼາຍຂໍ້ມູນຂ່າວສານ ມີລັກສະນະບິດເບືອນຄວາມຈິງ ເປັນໄພອັນຕະລາຍຕໍ່ສັງຄົມ
ສະນັ້ນ ເຮົາຄວນນຳໃຊ້ສື່ສັງຄົມອອນໄລນ໌ ໃນທາງທີ່ຖືກຕ້ອງ ເໝາະສົມ ແລະ ເກີດປະໂຫຽດຕໍ່ຕົນເອງ ແລະ ສັງຄົມ.

ຮຽບຮຽງໂດຍ: ວັນຄໍາ

One Comment

  1. Bounleuth says:

    ກ່ອນອື່ນກໍເຫັນພ້ອມນໍາທ່ານຜູ່ຂຽນທີ່ໄດ້ເນັ້ນໃນຕອນທ້າຍບົດນີ້ວ່າ “ປັດຈຸບັນ ສື່ສັງຄົມອອນໄລນ໌ ໄດ້ເຂົ້າມາມີບົດບາດສຳຄັນຫຼາຍ ໃນການສື່ສານໃນສັງຄົມ ມີທັງສິ່ງທີ່ເປັນປະໂຫຽດສ້າງສັນສັງຄົມ ແຕ່ພ້ອມດຽວກັນນັ້ນ ກໍມີຫຼາຍຂໍ້ມູນຂ່າວສານ ມີລັກສະນະບິດເບືອນຄວາມຈິງ ເປັນໄພອັນຕະລາຍຕໍ່ສັງຄົມ ສະນັ້ນ ເຮົາຄວນນຳໃຊ້ສື່ສັງຄົມອອນໄລນ໌ ໃນທາງທີ່ຖືກຕ້ອງເໝາະສົມ ແລະເກີດປະໂຫຽດຕໍ່ຕົນເອງ ແລະສັງຄົມ.”
    ແນວໃດກໍຕາມ, ຂໍຕັ້ງເປັນຂໍ້ແລກປ່ຽນນໍາກັນວ່າ ການໃຊ້ສື່ສັງຄົມອອນໄລນີ້ ໂດຍທົ່ວໄປແລ້ວກໍອາດຈະແຍກເປັນສອງກຸ່ມຄົນຄື ກຸ່ມນຶ່ງແມ່ນຜູ່ໃຊ້ເພື່ອກ່າວບອກ-ເຜີຍແຜ່ແນວໃດນຶ່ງ(໑) ແລະກຸ່ມນີ້ກໍອາດແບ່ງອອກເປັນສອງກຸ່ມຍ່ອຍຕື່ມອີກຄື ກຸ່ມທີ່ມີການຄັດເລືອກແນວທີ່ຕົນໄດ້ຕົນມີຄັກແນ່ກ່ອນເອົາມາກ່າວບອກ-ເຜີຍແຜ່ຜ່ານສື່ ເຊິ່ງກວມເອົາຄົນຫຼາຍສາຂາອາຊີບເຊັ່ນ ນັກວິຊາການ, ນັກທຸລະກິດ,…(໑.໑); ຄົນຈໍານວນນຶ່ງອີກມີລັກສະນະ ຫຼືມີອາການທີ່ວ່າ “ຕົນເຫັນຕົນໄດ້ຕົນມີ…” ອັນໃດກໍເອົາມາກ່າວບອກ-ເຜີຍແຜ່ໂລດ ເຊິ່ງກໍກວມເອົາຄົນຫຼາຍປະເພດທີ່ສັງກັດຢູ່ໃນຫຼາຍສາຂາອາຊີບດັ່ງດຽວກັນ ເຊັ່ນ ຜູ່ທີ່ຫາກໍສໍາຜັດກັບອຸປະກອນສື່ທີ່ທັນສະໄໝ, ຜູ່ທີ່ຢາກໃຫ້ຜູ່ອື່ນເອີ່ຍເຖິງຕົນ, ຜູ້ທີ່ຢາກໃຫ້ຕົນເປັນຕົນມີໃນດ້ານນີ້ຄືກັບຜູ່ອື່ນໆ,…(໑.໒).
    ອີກກຸ່ມນຶ່ງແມ່ນຜູ່ທີ່ໃຊ້ສື່ປະເພດດັ່ງກ່າວນີ້ ເພື່ອຢາກໄດ້ແນວໃດນຶ່ງທີ່ຕົນຢາກໄດ້ເຊິ່ງຕົນຄຶດວ່າ ອາດມີຢູ່ໃນສື່ນັ້ນ(໒) ແລະກຸ່ມນີ້ກໍອາດແບ່ງອອກເປັນສອງກຸ່ມຍ່ອຍຕື່ມອີກຄື ກຸ່ມທີ່ມີການຄັດເລືອກເບິ່ງ-ເອົາແຕ່ແນວທີ່ຕົນຢາກໄດ້ ເຊິ່ງກໍກວມເອົາຄົນທີ່ຢູ່ໃນຫຼາຍສາຂາອາຊີບດັ່ງດຽວກັນເຊັ່ນ ນັກຄົ້ນຄວ້າ, ນັກຮຽນ-ນັກສຶກສາ, ປັນຍາຊົນ, …(໒.໑); ຄົນຈໍານວນນຶ່ງອີກມີລັກສະນະ ຫຼືມີອາການທີ່ວ່າ “ເບິ່ງ-ເອົາ” ທຸກອັນທຸກແນວ, ຊໍ້າບໍ່ໜໍາຍັງມີຄວາມໄວໃນການ “ສົ່ງຕໍ່” ຕື່ມອີກ ເຊິ່ງກໍກວມເອົາຄົນຫຼາຍປະເພດທີ່ສັງກັດຢູ່ໃນຫຼາຍສາຂາອາຊີບດັ່ງດຽວກັນ ເຊັ່ນ ຜູ່ທີ່ມີ “ຄວາມຢາກ” ເປັນພື້ນ ເຊິ່ງວ່າແຕ່ໄດ້ຍິນຜູ່ອື່ນເລົ່າລືແນວໃດກໍຢາກເບິ່ງຢາກເຫັນໂລດ, ຜູ່ທີ່ພວມຢູ່ໃນສະພາວະລໍຖ້າເພື່ອຈຸດປະສົງໃດນຶ່ງ,…(໒.໒).
    ອັນທີ່ເປັນ “ຂໍ້ບັນຫາ” ກໍຄືວ່າຄົນຈໍານວນນຶ່ງທີ່ຢູ່ໃນ (໑.໒) ມີອັນໃດເຫັນອັນໃດກໍມີແຕ່ຢາກເອົາອອກມາກ່າວບອກ-ເຜີຍແຜ່ທັງເໝິດ ຈຶ່ງເຮັດໃຫ້ສິ່ງເຫຼົ່ານັ້ນບໍ່ໄດ້ຖືກຄັດຈ້ອນ-ກັ່ນຕອງວ່າ “ເໝາະສົມ” ຫຼືບໍ່. ຂໍ້ນີ້ຊໍ້າພັດໄປບວກກັບຄວາມເປັນທັນສະໄໝຂອງເຄື່ອງມືທີ່ນໍາໃຊ້ໃນປັດຈຸບັນຕື່ມອີກ ຈຶ່ງໄດ້ເຮັດໃຫ້ປະລິມານຂອງແນວທີ່ຖືກເອົາມາກ່າວບອກ-ເຜີຍແຜ່ນັ້ນຫຼາຍພິລຶກ ຫຼືອາດຊິຄືກັບຖ້ອຍຄໍາສໍານວນທີ່ວ່າ “ຫຼາຍເຫຼືອລົ້ນພົ້ນປະມານ” ນັ້ນລະ! ມັນກໍເລີຍໄປຕອບສະໜອງໃຫ້ແກ່ຄົນກຸ່ມ(໒.໒) ທັງໂດຍກົງ ແລະໂດຍອ້ອມ!! ບາງຄົນອາດຕັ້ງເປັນຂໍ້ໂສ້ເຫຼ້ຂຶ້ນມາວ່າ ຫາກບໍ່ມີ (໑.໒) ແລ້ວກໍຊິບໍ່ມີ (໒.໒). ໃນຄວາມຈິງ, (໑.໒) ກໍເປັນ “ສາເຫດ” ນຶ່ງຂອງ (໒.໒) ແທ້ ແຕ່ກໍຄວນເຂົ້າໃຈວ່າ (໑.໒) ກໍເປັນ “ຜົນ” ຂອງອັນອື່ນໆອີກ. ການແກ້ໄຂບັນຫາກໍຄວນໄດ້ແກ້ຢ່າງເປັນລະບົບ, ບໍ່ພຽງແຕ່ຮຽກຮ້ອງເທົ່ານັ້ນ ຕ້ອງໄດ້ມີມາດຕະການທາງດ້ານລະບຽບ-ກົດໝາຍຕື່ມອີກ!!!
    ເວົ້າເຖິງເລື່ອງການນໍາໃຊ້ສື່ສັງຄົມອອນໄລນີ້, ເຄີຍໄດ້ຕັ້ງເປັນຂໍ້ສົມທຽບເພື່ອແລກປ່ຽນໃນບົດໃດນຶ່ງແລ້ວ ແຕ່ຂໍຍົກມາອີກວ່າ ອັນທີ່ຍົກມາຂ້າງເທິງນີ້ສ່ວນນຶ່ງກໍມີລັກສະນະຄ້າຍຄືເລື່ອງເລົ່າກ່ຽວກັບການຮຽນວິຊາອາຄົມໃນຄາວບູຮານ. ເພິ່ນເລົ່າວ່າ ມີອາຈານສອນວິຊາອາຄົມຜູ້ນຶ່ງຢາກສອນວິຊາຟັນດາບຊັ້ນຍອດໃຫ້ລູກສິດຂອງຕົນ ແຕ່ລູກສິດຊໍ້າພັດມີຫຼາຍຄົນຈຶ່ງມີຄວາມຫຍຸ້ງຍາກໃນການຄັດເລືອກຜູ້ຮຽນ. ອາຈານຜູ້ນັ້ນຈຶ່ງເອີ້ນລູກສິດຂອງຕົນທັງເໝິດມາພ້ອມກັນແລ້ວບອກວ່າ ວິຊາທີ່ຈະຮຽນຕໍ່ໄປນີ້ເປັນວິຊາຟັນດາບຊັ້ນຍອດ ໃຫ້ແຕ່ລະຄົນກັບເມືອເຮືອນຊອກຫາດາບໃຫ້ໄດ້, ຝົນດາບໃຫ້ເຂົ້າທີ່ສຸດ ແລ້ວໃຫ້ເອົາດາບມານໍາເພື່ອຮຽນວິຊາຟັນດາບ. ເມື່ອຮອດມື້ນັດ, ອາຈານກໍເອີ້ນພວກລູກສິດເຂົ້າໄປຫາ ແລ້ວຖາມວ່າ ເວລາມາຕາມທາງເຮັດຫຍັງແດ່? ລູກສິດບາງຄົນກໍຕອບໃນລັກສະນະທີ່ວ່າ ຂະນ້ອຍເຫັນຮຽວໄມ້ກ່ອງລົງແຄມທາງກໍເລີຍເອົາດາບຟັນລອງເບິ່ງວ່າດາບຊິເຂົ້າສໍ່າໃດ ຟັນບາດດຽວກໍຂາດປັ໊ດໂລດ! ບາງຄົນກໍຕອບວ່າ ເຫັນງູລອຍຂ້າມທາງກໍຟ້າວຖອດດາບຟັນບາດດຽວຂາດເຄິ່ງ! ບາງຄົນກໍຕອບວ່າ ເຫັນກະປອມງອຍຮາວຮົ້ວຢູ່ກໍຟ້າວຖອດດາບຟັນບາດດຽວທໍ່ນັ້ນ ຂາດເຄິ່ງທັງກະປອມກັບຮາວຮົ້ວ!… ລູກສິດທຸກຄົນທີ່ເອົາດາບແກວ່ງຊ້າຍ-ຟັນຂວາໄປຕາມທາງລ້ວນແລ້ວແຕ່ຖືກບອກວ່າ “ພວກເຈົ້າຟັນດາບເປັນແລ້ວ ພາກັນກັບເມືອສາ”!! ມີພຽງແຕ່ລູກສິດຈໍາພວກທີ່ບໍ່ໄດ້ເອົາດາບແກວ່ງຊ້າຍ-ຟັນຂວາໄປຕາມທາງທໍ່ນັ້ນ ທີ່ຖືກອາຈານຜູ່ນັ້ນບອກໃຫ້ຢູ່ຮຽນເອົາວິຊາຟັນດາບຊັ້ນຍອດ!!!
    ອາຈານຜູ້ນັ້ນເຮັດແນວນັ້ນຄົງຄຶດພໍ້ໄດ້ວ່າ ຈໍາພວກລູກສິດທີ່ເອົາດາບແກວ່ງຊ້າຍ-ຟັນຂວາໄປຕາມທາງ ຄົງເປັນຜູ້ທີ່ໃຊ້ດາບແບບບໍ່ມີການຄົ້ນຄຶດທີ່ຮອບຄອບ ຫຼືໃຊ້ຕາມໃຈໂຕມັກ ຄັນໄດ້ວິຊາຟັນດາບຊັ້ນຍອດແລ້ວກໍຄົງຊິໃຊ້ວິຊາໄປໃນທາງທີ່ຜິດ ເພິ່ນຈຶ່ງບໍ່ສອນວິຊາດັ່ງກ່າວໃຫ້ລູກສິດຈໍາພວກນັ້ນ. ສະພາບຂອງຄົນຈໍານວນນຶ່ງທີ່ມີ ແລະ/ຫຼືເຂົ້າເຖິງເຄື່ອງມືທັນສະໄໝໃນປັດຈຸບັນກໍມີລັກສະນະບາງສ່ວນທີ່ຄ້າຍຄືກັບສູກສິດຈໍາພວກ ທີ່ເອົາດາບແກວ່ງຊ້າຍ-ຟັນຂວາໄປຕາມທາງນັ້ນເອງ. ເວົ້າແນວນີ້ກໍເພາະວ່າ ຄົນຈໍານວນນີ້ໃຊ້ເຄື່ອມືເຫຼົ່ານັ້ນຕາມໃຈໂຕມັກ ຫຼາຍກວ່າໃຊ້ແບບມີການຄົ້ນຄຶດ ຫຼືເພື່ອໃຫ້ເກີດປະໂຫຍດທັງຕໍ່ຕົນເອງ ແລະຕໍ່ຜູ້ອື່ນໆ. ເວົ້າແນວນີ້ກໍເພາະວ່າ ປະໂຫຍດອັນແທ້ຈິງທີ່ໄດ້ຈາກການສົ່ງຕໍ່ຜ່ານສື່ອີເລັກໂຕຣນິກປະເພດຕ່າງໆນັ້ນ ແມ່ນເຈົ້າຂອງສື່/ບໍລິສັດແຕ່ລະປະເພດພຸ້ນເປັນຜູ້ໄດ້, ຜູ້ໃຊ້ກໍເປັນຜູ້ຈ່າຍຄ່າບໍລິການຕາມທໍານຽມ. ຍິ່ງໄປກວ່ານີ້, ຍັງມີບາງກໍລະນີການສົ່ງຕໍ່ຂໍ້ຄວາມ, ຮູບບາງອັນທີ່ເປັນຕາຜາງໜ່າຍ-ຂີ້ດຽດ ໂປໂລຂຶ້ນໃນເຄື່ອງຮັບຂອງຜູ້ເປັນເປົ້າໝາຍສົ່ງຕໍ່ ຫຼືຜູ້ຮັບໃນຍາມກິນເຂົ້າ, ພັກຜ່ອນ, ເຮັດວຽກ, … ກໍຖືວ່າ ເປັນການສ້າງຄວາມທຸກໃຫ້ແກ່ຜູ້ຮັບໂດຍປະລິຍາຍ!!!
    ລອງວາດພາບ-ສໍານຶກເບິ່ງລູກສິດຂອງອາຈານຜູ້ທີ່ຍົກມາຂ້າງເທິງ, ຈໍາພວກທີ່ເອົາດາບແກວ່ງຊ້າຍ-ຟັນຂວາປ່າຍຮຽວໄມ້ໄປຕາມທາງກໍຄືຊິມີຄວາມຕື່ນເຕັ້ນບໍ່ໜ້ອຍທີ່ເຫັນວ່າດາບຕົນເອງເຂົ້າ ແຕ່ໃນຂະນະດຽວກັນນັ້ນພວກເຂົາຊໍ້າພັດບໍ່ໄດ້ຄຶດຈັກດີ້ວ່າ ພວກເຂົາກໍາລັງທໍາລາຍຄວາມສົມດຸນທາງທໍາມະຊາດ ຫຼືກໍາລັງທໍາລາຍສິ່ງທີ່ຜະລິດ-ຟອກອາກາດໃຫ້ພວກເຂົາເອງຫັນໃຈ. ຍິ່ງກວ່ານີ້, ຫາກຮຽວໄມ້ທີ່ຖືກປ່າຍ-ຊິດລົງນັ້ນຕົກໃສ່ທາງກໍຊໍ້າພັດສ້າງຄວາມບໍ່ສະດວກໃຫ້ແກ່ຜູ້ໃຊ້ທາງເສັ້ນນັ້ນອີກ; ຫາກຖືກຮຽວໄມ້ທີ່ເປັນພິດ ພວກເຂົາເອງກໍຕ້ອງໄດ້ຮັບພິດອັນນັ້ນດັ່ງດຽວກັນ ແມ່ນວ່າພິດອັນນັ້ນຈະມີໜ້ອຍ-ຫຼາຍ ແລະ/ຫຼືໃຫ້ຜົນຊ້າ-ໄວປານໃດກໍຕາມ!!!
    ຍັງມີອີກ, ໃນເລື່ອງທີ່ຍົກມານັ້ນ, ອັນທີ່ເປັນຕາສົງສານຫຼາຍກໍແມ່ນງູກັບກະປອມ. ທໍາມະຊາດຂອງສັດ ແມ່ນວ່າຊິມີພິດ-ມີກໍາລັງແຮງຫຼາຍປານໃດກໍຕາມ ມັນຈະພະຍາຍາມຫຼີກໃຫ້ໄກຈາກອັນທີ່ເອີ້ນວ່າ “ຄົນ” ເທົ່າທີ່ຊິຫຼາຍໄດ້. ກໍລະນີຂອງງູໂຕນັ້ນກໍຄົງເປັນດັ່ງດຽວກັນ ມັນຄົງຈະລອຍຂ້າມທາງໄປຕາມວິຖີຊີວິດຂອງມັນ ແຕ່ຊີວິດຂອງມັນກໍຕ້ອງມາສິ້ນສຸດລົງພຽງເພາະ “ຄວາມຢາກລອງ” ຂອງອັນທີ່ເອີ້ນວ່າ “ຄົນ”! ສ່ວນກະປອມໂຕນັ້ນກໍແຮ່ງເປັນຕາອີ່ຕົນຫຼາຍກວ່າ. ຕາມວິຖີຊີວິດຂອງມັນກໍຄືວ່າ ເມື່ອມີແສງແດດອອກມັນກໍຄືກັບໂຕອື່ນໆ ທີ່ອອກຈາກບ່ອນຮົ່ມມາງອຍຕາກແດດຢູ່ຕາມຂອນ, ຮຽວໄມ້, ຮາວຮົ້ວ,… ແຕ່ຊີວິດຂອງມັນກໍຕ້ອງມາເໝິດໄປພຽງເພາະສາເຫດອັນດຽວກັນກັບງູໂຕນັ້ນ! ອັນທີ່ເປັນຕາເຫັນໃຈອີກກໍແມ່ນເຈົ້າຂອງຮົ້ວ! ລາວກໍຄົງຕັ້ງເປັນຂໍ້ສົງໄສແກມຢາກຮ້າຍວ່າ ໃຜມາຟັນຮາວຮົ້ວຂອງລາວ? ເປັນຫຍັງຈຶ່ງຟັນ?… ຄັນລາວຮູ້ວ່າ ຍ້ອນມີກະປອມມາງອຍຢູ່ບ່ອນນັ້ນຮາວຮົ້ວຈຶ່ງຖືກຟັນ ລາວກໍອາດຕັ້ງເປັນຂໍ້ຖາມຕໍ່ໄປໄດ້ອີກວ່າ ນໍ້າໜ້າວ່າກະປອມ ເອົາບ້ວງຄ້ອງເອົາກໍໄດ້ ເອົາໄມ້ຕີເອົາກໍໄດ້ ຫຼືແມ່ນແຕ່ຜິວປາກແລ້ວຄ່ອຍໆເຂົ້າໄປຈັບເອົາໂຕເປັນໆກໍໄດ້… ເປັນຫຍັງຈຶ່ງວ່າເອົາມີດເອົາຟ້າຟັນເອົາຈົນວ່າຮາວຮົ້ວກໍຂາດໄປນໍາ?! ມັນບໍ່ແມ່ນຟັນກະປອມຕີ໊!? ບໍ່ແມ່ນມັນຕັ້ງຢາກຟັນຮົ້ວ…ບໍນໍ?!?

Leave a Reply

Your email address will not be published. Required fields are marked *

*