ຄວາມເປັນມາ – ຄວາມໝາຍ ຂອງຫໍຫລັກເມືອງວຽງຈັນ

 

(ບົດໃຫ້ສຳພາດຂ່າວຂອງທ່ານ ໝູນແກ້ວ ອໍລະບູນ ອະດີດລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ,
ປະທານຄະນະກຳມະການໂຄງການກໍ່ສ້າງ ແລະ ຈັດພິທີສົມໂພດຫໍຫລັກເມືອງວຽງຈັນ ທີ່ໃຫ້ສຳພາດໃນວັນທີ 9/11/2012)

ທ່ານ ໝູນແກ້ວ ອໍລະບູນ
ອະດີດ ລມຕ ວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ
ປະທານຄະນະກຳມະການໂຄງການກໍ່ສ້າງ ແລະ ຈັດພິທີສົມໂພດ
ຫໍຫລັກເມືອງວຽງຈັນ

ບັນດາສື່ມວນຊົນທີຮັກແພງ.
ກ່ອນອື່ນ ຂ້າພະເຈົ້າຂໍສະແດງຄວາມຂອບໃຈນຳສື່ມວນຊົນພວກເຮົາທີ່ມີ
ຄວາມສົນໃຈ ແລະ ມີຄວາມຮັບຜິດຊອບນຳເອົາຂໍ້ມູນຂ່າວສານ ກ່ຽວກັບ
ຫໍຫລັກເມືອງວຽງຈັນໄປໃຫ້ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນ
ຄວາມເປັນຈິງແລ້ວ ໂຄງການຫໍຫລັກເມືອງນີ້ແມ່ນໄດ້ດຳເນີນມາແຕ່ປີ 2007
ແລະ ກໍໄດ້ມີການລາຍງານມາເປັນແຕ່ລະໄລຍະ, ແຕ່ເພື່ອຄວາມເຂົ້າໃຈ
ເປັນເອກະພາບໃນເທື່ອນີ້ ຂ້າພະເຈົ້າຈິ່ງສະເຫນີ 3 ບັນຫາໃຫຍ່ດັ່ງນີ້:
1. ຄວາມເປັນມາຂອງຫໍຫລັກເມືອງວຽງຈັນ.
2. ຄວາມຫມາຍຄວາມສຳຄັນຂອງຫໍຫລັກເມືອງວຽງຈັນ.
3. ພິທີສົມໂພດ ແລະ ສະເຫລີມສະຫລອງຫໍຫລັກເມືອງວຽງຈັນ.
I. ຄວາມເປັນມາຂອງຫໍຫລັກເມືອງວຽງຈັນ :
1.ໂຄງການກໍ່ສ້າງຫໍຫລັກເມືອງວຽງຈັນຢູ່ທີ່ບ້ານເພຍວັດ, ເມືອງສີສັດຕະນາກ,
ນະຄອນຫລວງວຽງຈັນ ເປັນໂຄງການຂອງລັດຖະບານ ໂດຍແມ່ນກະຊວງ
ຖະແຫລງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດຊອບໂດຍກົງ
ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 69/ນຍ, ລົງວັນທີ
10/7/2007, ໂຄງການນີ້ເກີດຂື້ນພາຍຫລັງທີ່ມີການຄົ້ນພົບເສົາຫລັກເມືອງ
ບູຮານທີ່ເຮັດດ້ວຍຫີນ 3 ຄັ້ງໃນຕັ້ນປີ 2007, ທ້າຍປີ 2009 ແລະ ຕົ້ນປີ
2010 ຈຳນວນທັງຫມົດ 473 ຫລັກ.
ຈຸດປະສົງຫລັກຂອງໂຄງການນີ້ ແມ່ນເພື່ອປົກປັກຮັກສາວັດຖຸບູຮານທີ່ໄດ້
ຄົ້ນພົບ ແລະ ໄດ້ຄົ້ນຄວ້າວິໄຈໂດຍນັກບູຮານຄະດີລາວ ແລະ ຕ່າງປະເທດວ່າ
ເປັນວັດຖຸປະກອບເຂົ້າໃນພິທີການກໍ່ຕັ້ງ ແລະ ສະເຫລີມສະຫລອງຫລັກເມືອງ
ວຽງຈັນໃນສະໄຫມກ່ອນຕາມຮີດຄອງປະເພນີເກົ່າແກ່ບູຮານຂອງຊົນຊາດລາວເຮົາ.
ເສົາຫລັກເມືອງມີຈຳນວນ 473 ຫລັກນີ້ ລ້ວນແຕ່ເຮັດດ້ວຍຫີນແກະສະຫລັກ
ເປັນລາຍຮູບຈົບງາມ ແລະ ສ່ວນໃຫຍ່ແມ່ນຟອກດ້ວຍຄຳປິວ ຊຶ່ງສະແດງອອກ
ໃຫ້ເຫັນວ່າຄົນລາວບູຮານໄດ້ໃຫ້ຄຸນຄ່າ ແລະ ຄວາມຫມາຍຄວາມສຳຄັນ
ອັນສູງສົ່ງຕໍ່ວັດຖຸເຫລົ່ານັ້ນ. ຫີນຈຳນວນນື່ງເປັນຮູບ 6 ຫລ່ຽມ ມີຍອດເປັນຮູບ
ດອກບົວຈູມ ແຕ່ສ່ວນຫລວງຫລາຍເປັນຮູບໃບເສມາ, ເປັນແຜ່ນສີ່ຫລ່ຽມ
ມີເສັ້ນຜ່າທາງລວງຕັ້ງ ແລະ ຍອດສ້ວຍໃບໂພ. ບູຮານວັດຖຸເຫລົ່ານີ້
ຈັດວາງໄວ້ເປັນ 3 ກຸ່ມ ຫ່າງກັນປະມານ 1,5 ແມັດ ແລະ ແຕ່ລະກຸ່ມມີ
ເນື້ອທີ່ເປັນຮູບສີ່ຫລ່ຽມຜືນຜ້າປະມານ 1,20×1,70 ແມັດ.
ກ້ອນເສມາຈັດລຽງເປັນ 3-4 ຊັ້ນ ສູງປະມານ 60 ຊັງຕີແມັດ ລວງຍາວສຸດ
ວັດແທກຈາກຂອບນອກຂອງກຸ່ມທີ 1 ຫາຂອບນອກຂອງກຸ່ມທີ 3 ແມ່ນ
7 ແມັດ, ຈັດຢູ່ໃນແຖວເສັ້ນຊື່ ຫໍຫລັກເມືອງທີ່ສ້າງຂື້ນໃຫມ່ນີ້ ແມ່ນກວມເອົາ
ຫີນເສມາທັງສາມກຸ່ມນີ້ ແລະ ຖືເປັນຈຸດໃຈກາງ ທັງນີ້ ກໍເພື່ອຮັກສາຄວາມໝາຍທີ່
ສັກສິດຂອງຈຸດທີ່ດັ້ງເດີມ ຊຶ່ງບັນພະບູລຸດຂອງເຮົາໄດ້ກຳນົດເອົາໄວ້ແລ້ວ.
ໃນຈຳນວນເສມາ 473 ຫລັກນີ້, ມີຫລັັກຫນື່ງມີຄຳຈາກລຶກ ຊື່ງຊີ້ບອກ
ຂອບເຂດປູຊະນິຍະສະຖານແຫ່ງນີ້ ແລະ ອີກຫລັກໜຶ່ງ ມີດວງຊາຕາບັນທຶກ
ເວລາຕັ້ງເສົາເສມາເຫລົ່ານີ້. ຜ່ານການຄົ້ນຄວ້າວິໄຈທາງດາລາສາດ ຂໍ້ມູນທີ່ໄດ້
ຈາກລືກຕ່າງໆຂອງດວງຊາຕານັ້ນໄດ້ອະທິບາຍວ່າ: ພິທີກຳຄັ້ງນັ້ນໄດ້ຈັດຂື້ນ
ໃນມື້ເດືອນ 3 ແຮມ 10 ຄໍ່າປີກຸນ ຫຼື ປີກັດໃຄ້ ຈຸນລະສັງກາດ 901
ຊຶ່ງກົງກັບວັນຈັນ ວັນທີ 16 ກຸມພາ ຄຣິດຕະສັງກາດ 1540.
ເມື່ອກວດເບິ່ງປະຫວັດສາດຂອງອານາຈັກລ້ານຊ້າງແລ້ວ ພວກເຮົາຈະເຫັນວ່າ
ໄດ້ມີບາງເຫດການທີ່ສຳຄັນ ແລະ ຊ່ວຍອະທິບາຍການຈັດພິທີສະຫລອງເມືອງ
ວຽງຈັນ ໃນປີ ຄ.ສ 1540 ດັ່ງນີ້:
ປີຄສ 1520-1550 ແມ່ນລາຊະການຂອງເຈົ້າໂພທິສະລາດ, ພະອົງເປັນ
ລາຊະບຸດຊອງເຈົ້າວິຊຸນນະລາດ ແລະ ພະບິດາຂອງເຈົ້າໄຊເສດຖາທິລາດ
ຄ.ສ 1527 ເຈົ້າໂພທິສະລາດ ໄດ້ອອກພະລາຊະໂອງການໃຫ້ລົບລ້າງການ
ເຊື່ອຖືຜີສາງ ແລະ ຍົກເລີກຫໍຜີຕ່າງໆ. ເພື່ອເປັນແບບຢ່າງ ພະອົງໄດ້ສັ່ງ
ມ້າງຫໍຜີ ແລະ ສ້າງວັດສັງຄະໂລກຂື້ນແທນທີ່ເມືອງຊຽງດົງຊຽງທອງ ກໍຄື
ຫລວງພະບາງໃນປັດຈຸບັນ. ປີ ຄ.ສ 1533 ເຈົ້າໂພທິສະລາດ ໄດ້ສະເດັດ
ມາປະທັບຢູ່ເມືອງວຽງຈັນ ແລະ ລົງມືປັບປຸງຂະຫຍາຍໂຄງລ່າງພື້ນຖານ
ຂອງຕົວເມືອງວຽງຈັນ ໃນສະໄຫມນັ້ນອອກໃຫ້ກ້ວາງຂວາງ.
ປີ ຄ.ສ 1536 ເຈົ້ໂພທິສະລາດສາມາດຕີເອົາຊະນະສົງຄາມແຊກແຊງ
ຂອງສັກດີນາອາຍຸດທະຍາ ທີ່ໄດ້ບຸກລຸກເຂົ້າມາດິນແດນລ້ານຊ້າງ
ໃນສະໄຫມນັ້ນ. ຕໍ່ໄຊຊະນະດັ່ງກ່າວນີ້ ປະທານ ໄກສອນ ພົມວິຫານ
ໄດ້ກ່າວໄວ້ໃນປື້ມ: “ ບາງບົດຮຽນຕົ້ນຕໍ ແລະ ບາງບັນຫາກ່ຽວກັບທິດທາງ
ໃໝ່ຂອງການປະຕິວັດລາວ ” ທີ່ພິມໃນປີ 1979 ວ່າ “ ປະຊາຊົນ
ໄດ້ດຳເນີນສົງຄາມປົກປັກຮັກສາປິຕຸພູມ ແລະ ລຸກຮືຂື້ນຕໍ່ສູ້ຍາດເອົາ
ອະທິປະໄຕແຫ່ງຊາດ ຕ້ານການຮຸກຮານ ແລະ ການຄອບຄອງຂອງບັນດາ
ສັກດີນາສະຫຍາມ ແລະ ພະມ້າ ຕັ້ງຫລາຍຄັ້ງຕໍ່ເນື່ອງກັນ. ອັນເດັ່ນແມ່ນ
ໄຊຊຊະນະທີ່ເມືອງວຽງຄຸກ ປີ 1536 ໃນລາຊະການເຈົ້າໂພທິສະລາດ
ທີ່ໄດ້ທັບມ້າງກົນອຸບາຍແຜ່ຂະຫຍາຍອຳນາດ ຂອງເຈົ້າຈັກກະພັດອາຍຸດທະຍາ
ໃຫ້ມຸ່ນທະລາຍໄປ..”
ພາຍຫລັງໄຊຊະນະອັນຍິ່ງໃຫຍ່ນັ້ນ ເຈົ້າໂພທິສະລາດ ອາດຈະຍາດເອົາຖ່ວງທ່າ
ອັນດີ ເພື່ອເພີ່ມທະວີຄວາມເຂັ້ມແຂງດ້ານປ້ອງກັນຊາດ ດ້ວຍການບູລະນະ
ຕົວເມືອງວຽງຈັນ ໃຫ້ກາຍເປັນປ້ອມຫມັ້ນ ແລະ ຕົວເມືອງທີ່ຈະເລີນຮຸ່ງເຮືອງ
ການເຕົ້າໂຮມກຳລັງມະຫາຊົນທີ່ແນໃສ່ຂະຫຍາຍຄວາມສາມັກຄີອັນມະຫາສານນັ້ນ
ຈິ່ງຕ້ອງປຸກລະດົມປະຊາຊົນ ໃນຂອບເຂດກວ້າງຂວາງ ແລະ ນຳເອົາວັດຖຸມິ່ງຂວັນ
ຂອງບ້ານເມືອງ ຊຶ່ງແມ່ນເສົາຫີນນັ້ນ ມາເຮັດພິທີຮ່ວມກັນ ເພື່ອເຕົ້າໂຮມຄວາມ
ເປັນເອກະພາບ ແລະ ເດັດດ່ຽວປະຕິບັດຄຳສັ່ງຂອງຜູ້ເປັນເຈົ້າຊີວິດປົກຄອງ
ແຜ່ນດິນໃນເວລານັ້ນ.ດັ່ງນັ້ນ ຈິ່ງມີພິທີເຕົ້າໂຮມຫີນຫລັກເມືອງຈຳນວນ 473
ຫລັກໄວ້ຢູ່ບ່ອນດຽວກັນຊຶ່ງຖືວ່າເປັນຈຸດໃຈກາງຂອງຕົວເມືອງວຽງຈັນໃນເວລານັ້ນ.
ກິດຈະກຳຕ່າງໆໃນການບູລະນະປັບປຸງຕົວເມືອງວຽງຈັນ ນັບແຕ່ປີ 1533
ຈົນເຖິງ 1550 ພາຍໃຕ້ການປົກຄອງແຜ່ນດິນຂອງເຈົ້າໂພທິສະລາດນັ້ນ
ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ເຈົ້າໄຊເສດຖາທິລາດ ຍົກຍ້າຍ
ນະຄອນຫລວງຈາກຊຽງດົງຊຽງທອງ(ຫລວງພະບາງໃນປະຈຸບັນ) ມາຢູ່
ວຽງຈັນໃນປີ 1560 ພາຍຫລັງທີ່ເຈົ້າໄຊເຊດຖາທິລາດ ຂື້ນຄອງອານາຈັກ
ລ້ານຊ້າງ.
2. ໂຄງການກໍ່ສ້າງຫໍຫລັກເມືອງວຽງຈັນປະກອບດ້ວຍ 3 ກິດຈະກຳໃຫຍ່ຄື:
1) ຫໍຫລັກເມືອງວຽງຈັນ ເພື່ອເປັນບ່ອນຈັດວາງສະແດງຫລັກເມືອງວຽງຈັນ
ຊຶ່ງເປັນຫີນຈຳນວນ 473 ຫລັກດັ່ງກ່າວ ແລະ ມີຫລັກເມືອງໃໝ່ອີກ 1 ຫລັກ.
2) ຫໍວາງສະແດງເພື່ອເປັນບ່ອນປົກປັກຮັກສາ ແລະ ຈັດວາງສະແດງ
ບັນດາບູຮານວັດຖຸ ທີ່ກອບກູ້ຂື້ນມາໄດ້ໃນໄລຍະສ້ອມແປງເສັ້ນທາງ
ເສດຖາທິລາດ ແລະ ເສັ້ນທາງສາມແສນໄທ ແຕ່ປີ 2003-2007
ຊຶ່ງບັນດາບູຮານວັດຖຸເຫລົ່ານັ້ນ ລ້ວນແຕ່ສ່ອງແສງ
ເຖິງຊິວິດປະຈຳວັນຂອງຊາວນະຄອນຫລວງວຽງຈັນໃນສະໄຫມກ່ອນ.
3) ເດີ່ນພະລານ ເພື່ອຮອງຮັບມວນຂົນທີ່ຈະເຂົ້າມາຊົມ ແລະ
ສວນດອກໄມ້ອ້ອມຮອບສະຖານທີ່ ເພື່ອສ້າງສິ່ງແວດລ້ອມທີ່ສວຍງາມ
ແລະ ປົກປັກຮັກສາທຳມະຊາດ.
ຫໍຫລັກເມືອງນີ້ອອກແບບໂດຍບໍລິສັດບັນນະລິດອອກແບບເຄຫາ
ສິຕິວົງກໍ່ສ້າງ ຈຳກັດຜູ້ດຽວ ຮູບຊົງທາງສະຖາປັດຕະຍະກຳ
ຂອງຫໍຫລັກເມືອງ ເປັນຮູບຜາສາດ ແບບຈະຕຸລະມຸກ ສູງສະຫງ່າ
ຕັ້ງບົນຖານສູງ ມີນາຄະບັນໄດທີ່ສວຍງາມ ນຳຂື້ນໄປສູ່ປະຕູສີ່ປ່ອງ
ທີ່ເປີດໄປສູ່ທັງສີ່ທິດ ເຫນືອ ໃຕ້ ຕາເວັນອອກ ແລະ ຕາເວັນຕົກ,
ຫລັງຄາຊ້ອນກັນ 3 ຊັ້ນມຸງດ້ວຍດິນຂໍ ຄ່ອຍໆຫລຸດສ່ວນສ້ວຍຂື້ນໄປ
ຕາມມຸມແຫລມຂອງຈອມຫລັງຄາ ບົນຫລັງຄາຊັ້ນເທິງສຸດນັ້ນ ມີເຕົ້າຊໍ່ຟ້າ
ເປັນຮູບສີ່ຫລ່ຽມຫຍໍ້ມຸມ ຊົງຍອດພະທາດແບບລາວຫລວງພະບາງ,
ຈອມສຸດປະດັບດ້ວຍຍອດຊໍ່ຟ້າຫລໍ່ດ້ວຍທອງສຳລິດ ທີ່ສູງສະຫງ່າຢູ່
ບົນທ້ອງຟ້າ ດອກດວງເພດານ ຄວັດແກະສະຫລັກດ້ວຍໄມ້ເນື້ອແຂງ
ບານປະຕູທັງສີ່ດ້ານປະດັບດ້ວຍສິລະປະດອກດວງຄວັດບົນແຜ່ນໄມ້
ເນື້ອແຂງທັງຫມົດ.
ຫໍມີຂະໜາດກ້ວາງຂ້າງລະ 17 ແມັດ ສູງຈາກດິນເຖິງຈອມຍອດຊໍ່ຟ້າ
32 ແມັດ ໂຄງສ້າງກໍ່ດ້ວຍເບຕົງເສີມເຫລັກຢ່າງແຫນ້ນຫນາ.
ເສົາຫລັກເມືອງ 1 ຫລັກທີ່ສ້າງຂຶ້ນໃໝ່ມີຂະຫນາດເທົ່າກັບ 1 ວາ
ຂອງທ່ານປະທານປະເທດ, ຄວັດແກະສະຫລັກດ້ວຍທ່ອນໄມ້ຈັນຫອມ
ຊຶ່ງໄດ້ຕົບແຕ່ງແກະສະຫລັກລວດລາຍແບບສິນລະປະລາວບູຮານ,
ໂດຍໄດ້ແຮງບັນດານໃຈຈາກເສົາດັ້ງເດີມ ຂອງພະທາດຫລວງວຽງຈັນ
ຊຶ່ງກ່າວກັນວ່າ ໄດ້ສືບທອດກັນມາຕັ້ງແຕ່ຍຸກພະເຈົ້າອະໂສກມະຫາລາດ,
ຫລັກເມືອງ ພອກດ້ວຍຄໍາປິວ ເປັນຮູບຊົງກົມເຫມືອນລຳທຽນ,
ສ່ວນເທິງເປັນຮູບສ້ວຍປະດັບລວດລາຍຢ່າງປານິດຈົບງາມ, ຈອມສຸດ
ເປັນຮູບດອກບົວຈູມ ຢອງຢູ່ບົນແທ່ນຮູບແອວຂັນແລະມີບົວຫງາຍຮອງຮັບ.
ເສົາຫລັກເມືອງໃໝ່ນີ້ ຕັ້ງຢູ່ບົນແທ່ນກໍ່ ປູດ້ວຍຫີນແກຣນິດ ເປັນຮູບສີ່ຫລ່ຽມ
ຫຍໍ້ມຸມ ແບ່ງເປັນ 3 ຖ້ານ ຊຶ່ງຫມາຍເຖິງມະນຸດສະໂລກ, ເທວະໂລກ ແລະ
ສະຫວັນນະໂລກ, ແທ່ນຖ້ານເທິງສຸດ ເປັນຊົງເຕົ້າເຈດີ ມີລວດລາຍປະດັບ
ອ້ອມຮອບທັງ 4 ດ້ານ, ໄມ້ຈັນຫອມຕົ້ນນີ້ ເປັນໄມ້ທີ່ມີຄວາມພິເສດ ແລະ
ມີຄວາມຫມາຍທີ່ສູງສົ່ງ ເປັນໄມ້ມຸງຄຸນທີ່ມີລາສີສູງເດັ່ນ, ມີຖິ່ນກຳເນີດ
ຢູ່ບ້ານນາດູ່ ເມືອງມະຫາໄຊ ແຂວງຄຳມ່ວນ ອັນເປັນອານາຈັກ
ສີໂຄດຕະບອງບູຮານ ເປັນຕົ້ນໄມ້ທີ່ມີລຳຕົ້ນຊື່ສູງສະຫງ່າ ເຕີບໃຫຍ່
ຢ່າງສົມບູນ ຢູ່ບົນສິ່ງແວດລ້ອມທີ່ເປັນພູຫີນປູນ ບໍ່ມີຕົ້ນໄມ້ອື່ນ ຫຼື
ເຄືອໄມ້ຕ່າງໆມາບຽດບັງກ້ຽວກອດ ແລະ ເປັນໄມ້ທີ່ແຜ່ຄວາມຫອມຫວນ
ໄປທົ່ວອານາບໍລິເວນ. ໄມ້ຕົ້ນດັ່ງກ່າວນີ້ ມີອາຍຸປະມານ 150 ປີ ຊຶ່ງ
ໂຫຣາຈານໄດ້ຊົງມີຄຳເຫັນຕໍ່ຕົ້ນໄມ້ຈັນຫອມຕົ້ນນີ້ວ່າ:
ປະການທີ 1: ເປັນໄມ້ທີ່ມີລຳຕົ້ນໃຫຍ່, ມີລວງສູງສຽດຟ້າ ອັນປຽບ
ສະເຫມືອນບຸນຍາປາຣະມີສູງສົ່ງ ທີ່ຈະພາໃຫ້ບ້ານເມືອງພຸ່ງພົ້ນ
ສູ່ຄວາມຮູ່ງເຮືອງວັດທະນາ; ປະການທີ 2: ເປັນລໍາຕົ້ນ ທີ່ຕັ້ງກ້ຽງກົມ
ຕັ້ງຊື່ ສູງສະຫງ່າ ອັນປຽບເຫມືອນຄວາມຊື່ຕົງທ່ຽງທຳແຫ່ງການປົກຄອງ
ບ້ານເມືອງ; ປະການທີ 3: ເປັນຕົ້ນໄມ້ທີ່ເກີດຢູ່ບົນພະລານຫີນ ແຕ່ຊໍ້າພັດ
ເຕີບໃຫຍ່ໄດ້ຢ່າງສົມບູນ ອັນປຽບສະເຫມືອນຄວາມພິດສະດານແຫ່ງການ
ຜ່ານຜ່າສັບພະສິ່ງອຸປະສັກ ແລະ ບັນດານໃຫ້ເກີດຄວາມອຸດົມສົມບູນ ແລະ
ຮົ່ມເງົາແກ່ສິ່ງທີ່ມີຊີວິດທັງພືດ ແລະ ສັດ ຢູ່ໃນບໍລິເວນອ້ອມຮອບ;
ປະການທີ 4: ເປັນຕົ້ນໄມ້ທີ່ບໍ່ມີວັດສະພືດ ຫຼື ເຄືອເຂົາກາດ ຫຼື ຕົ້ນໄມ້ອື່ນ
ມາອັບອັ້ນ, ລຸງລັງບຽດບັງ ອັນປຽບສະເຫມືອນລິດເດດແກ່ກ້າແຫ່ງຄວາມເປັນ
ພະຍາໄມ້ ແລະ ປະການທີ 5: ເປັນໄມ້ທີ່ມີຄວາມຫອມຫວນດຸດດັ່ງຄວາມເປັນ
ສິຣິແຫ່ງພິພົບ ແລະ ເປັນຄວາມນິຍົມຊົມຊອບ ແລະ ບຸນຍາປາຣະມີຂອງ
ຊາວເມືອງ ທີ່ໄດ້ມາສັກກາລະບູຊາສະຖານທີ່ສັກສິດແຫ່ງນີ້.
ຮັບເໝົາກໍ່ສ້າງໂດຍ ບໍລິສັດ ເພັດຕະພາບກໍ່ສ້າງເຄຫາ ແລະ ຂົວທາງ
ຈຳກັດຜູ້ດຽວ ແລະ ໄດ້ຈັດພິທີວາງສີລາລຶກການກໍ່ສ້າງຢ່າງເປັນທາງການ
ມາແຕ່ວັນທີ 24 ກຸມພາ 2010 ໃນມູນຄ່າການລົງທຶນທັງຫມົດໃນເບື້ອງຕົ້ນ
ປະມານ 15 ຕື້ກີບ ແລະ ຄາດວ່າຈະໃຫ້ສຳເລັດສົມບູນໃນທ້າຍປີ 2011.
ແຕ່ເນື່ອງຈາກຄວາມຫຍຸ້ງຍາກຕ່າງໆຈິ່ງເຮັດໃຫ້ໂຄງການແກ່ຍາວມາເຖີງເດືອນ
10 ປີ 2012 ນີ້ຈື່ງສຳເລັດ 100% ສະເພາະແຕ່ຫໍຫລັກເມືອງໃນມູນຄ່າ 13
ຕື້ກວ່າກີບ. ສ່ວນຫໍວາງສະແດງ ແລະ ເດີ່ນພະລານນັ້ນຍັງບໍ່ທັນໄດ້ກໍ່ສ້າງເທື່ອ
ຍ້ອນການແກ້ໄຂເລື່ອງສະຖານທີ່ບໍ່ທັນແລ້ວແລະຈະໄດ້ສືບຕໍ່ກໍ່ສ້າງຕາມພາຍຫລັງ.
3. ກ່ຽວກັບຄວາມສະດວກ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ
ໂຄງການມີດັ່ງນີ້:
ຄວາມຫຍຸ້ງຍາກ:
1. ໂຄງການກໍ່ສ້າງຫໍຫລັກເມືອງ ເປັນໂຄງການນຶ່ງທີ່ໃຫຍ່ພໍສົມຄວນ
ແຕ່ອັນສຳຄັນແມ່ນເປັນໂຄງການທີ່ມີລັກສະນະປະຫວັດສາດ,ສິລະປະສາດ
ແລະ ມີຄວາມສັກສິດ. ສະນັ້ນ ເພື່ອຄວາມຊັດເຈນ ແລະ ຮັບປະກັນນັ້ນ
ຈຳຕ້ອງໄດ້ດຳເນີນການຄົ້ນຄວ້າພິສູດຫລັກຖານຫລາຍລົບຫລາຍຕ່າວ
ທັງຢູ່ພາຍໃນປະເທດ ແລະ ສົ່ງໄປພິສູດຕື່ມຢູ່ຕ່າງປະເທດ.
2. ຕ້ອງໄດ້ເສຍເວລາ ໃນການລໍຖ້າການຍົກຍ້າຍເສັ້ນທາງ, ລະບົບໄຟຟ້າ,
ລະບົບນໍ້າປະປາ, ການເຈລະຈາແກ້ໄຂສະຖານທີ່,ເຮືອນ, ທີ່ດິນ ແລະ
ການອອກແບບກໍ່ປ່ຽນໄປມາຫລາຍເທື່ອ.
3. ສະພາບດິນຟ້າອາກາດກໍໄດ້ສ້າງຄວາມຫຍຸ້ງຍາກບໍ່ຫນ້ອຍເປັນຕົ້ນ
ແມ່ນໃນລະດູຝົນ.
4. ຄະນະຮັບຜິດຊອບ ແລະ ພະນັກງານວິຊາການ ທັງມີຫລາຍວຽກ
ທັງຢູ່ຫລາຍບ່ອນ ແລະ ຈຳກັດດ້ານຄວາມຮູ້ປະສົບການ.
ຄວາມສະດວກ:
1. ເປັນໂຄງການຂອງລັດຖະບານ, ມີການຊີ້ນຳ ນຳພາຈາກລັດຖະບານ
ໂດຍກົງ ໂດຍສະເພາະກໍແມ່ນທ່ານ ບົວສອນ ບຸບຜາວັນ ໃນຖານະນາຍົກ
ລັດຖະມົນຕີ ແລະ ປະທານກິຕິມາສັກ, ລັດໄດ້ແກ້ໄຂງົບປະມານແຕ່ປີ
2009 ເຖິງປີ 2012 ເປັນຈຳນວນທັງຫມົດ 12.525.320.000 ກີບ
2. ເປັນໂຄງການສຳຄັນ, ມີລັກສະນະປະຫວັດສາດ ແລະ ມີຄວາມສັກສິດ
ສະນັ້ນການນຳຂັ້ນສູງສຸດຂອງພັກ ແລະ ລັດ ພະສົງອົງເຈົ້າ, ປະຊາຊົນ,
ບັນດາຊັ້ນຄົນໃນສັງຄົມໃນທົ່ວປະເທດ ການຈັດຕັ້ງຂັ້ນຕ່າງໆ ທັງຂອງລາວ
ແລະ ຕ່າງປະເທດໄດ້ໃຫ້ຄວາມສຳຄັນ ທັງປະກອບວັດຖຸປັດໃຈ ແລະ
ທັງເຂົ້າຮ່ວມງານຕ່າງໆຢ່າງຄັບຄາໜາແໜ້ນເຊັ່ນ: ໃນພິທີວາງສີລາລຶກກໍ່ສ້າງ,
ການປັ້ນຫລໍ່ ແລະ ຍົກຍອດຊໍ່ຟ້າ, ການຊອກຫາ ແລະ ແຫ່ໄມ້ຈັນຫອມ
ໄມ້ມຸງຄຸນ ມາເຮັດຫລັກເມືອງໃໝ່ ການປະກອບວັດຖຸປັດໃຈ ມາຮອດວັນທີ
10 ເດືອນ 10 ປີ 2012 ນີ້ກໍນັບເປັນຈຳນວນ 10 ກວ່າຕື້ກີບ
ຊຶ່ງເດັ່ນກວ່າໝູ່ແມ່ນ:
- ບໍລິສັດໂຄລາວ(ປະເທດ ສ.ເກົາຫລີ) ໄດ້ປະກອບ 1 ລ້ານໂດລາ
ສະຫະລັດເຊິ່ງເທົ່າກັບ 8 ຕື້ກີບ ;
- ກຸ່ມບໍລິສັດດາວເຮືອງ 500 ລ້ານກີບ ;
- ກຸ່ມບໍລິສັດ ST 300 ລ້ານກີບ ;
- ບໍລິສັດເບຍລາວ 200 ລ້ານກີບ ;
- ກຸ່ມບໍລິສັດດວງຈະເລີນກໍ່ສ້າງ, ບໍລິສັດແສງວິໄຊກໍ່ສ້າງ ພາກສ່ວນລະ
150 ລ້ານກີບ ;
- ບໍລິສັດລາວໂທລະຄົມ 110 ລ້ານກີບ ;
- ບໍລິສັດຄຳໄພຊະນະກໍ່ສ້າງ, ບໍລິສັດ VXP, ທະນາຄານພົງສະຫວັນ
ແລະ ກຸ່ມບໍລິສັດຄູນໄຊພັດທະນາກໍ່ສ້າງ ພາກສ່ວນລະ 100 ລ້ານກີບ ;
- ກຸ່ມບໍລິສັດ DM ກໍ່ສ້າງ, ບໍລິສັດນໍ້າຫວານລາວ, ກຸ່ມບໍລິສັດ K&C,
ບໍລິສັດທີ່ປຶກສາ SMV ແລະ ຄອບຄົວທ່ານພິສິດ ໄຊຍະຖິດ
ພາກສ່ວນລະ 50 ລ້ານກີບ ;
- ບໍລິສັດ ທະວີໂຊກ ພັດທະນາກໍ່ສ້າງ ຈຳກັດ ແລະ ທ່ານ
ຄຳມິ່ງ ກິດປະສົງ ພາກສ່ວນລະ 40 ລ້ານກີບ ;
- ບໍລິສັດ ລ້ານຊ້າງມິນິໂຣນ MMG ໄດ້ປະກອບທອງ 370 ກິໂລ
ພ້ອມການຫລໍ່ຍອດຊໍ່ຟ້າ ລວມເປັນມູນຄ່າ 39 ລ້ານກີບ ;
- ບໍລິສັດວິສາຫະກິດຫວຍພັດທະນາມອບຕັ່ງ ເປັນມູນຄ່າ 19,7 ລ້ານກີບ;
- ທ່ານ ວັນນະສີ ສຸວັັນນະແສງ 13 ລ້ານກີບ ;
- ອົງການພຸທະສາສະໜາ ນະຄອນຫລວງວຽງຈັນ ທ່ານອັດສະຈັນ ສິງສຸວັນ
ທ່ານ ວິໄຊ ວຸດວິລາດ ແລະ ທ່ານ ວົງວິຫານ ຂັນຊະນະວົງ ພາກສ່ວນລະ
10 ລ້ານກີບ ;
3. ບໍລິສັດອອກແບບ ຕິດຕາມ ແລະ ກວດກາ ກໍຄື ບໍລິສັດຮັບເໝົາກໍ່ສ້າງ
ໄດ້ມີຄວາມເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງໂຄງການ ແລະ ມີຄວາມ
ຮັບຜິດຊອບເອົາໃຈໃສ່ເປັນຢ່າງດີ ;
4. ຄະນະຮັບຜິດຊອບ ແລະ ພະນັກງານວິຊາການ ເຖິງວ່າມີຫຼາຍວຽກ,
ມີຄວາມຈຳກັດດ້ານຄວາມຮູ້ ແລະ ປະສົບການກໍຕາມ ແຕ່ກໍໄດ້ຍົກສູງ
ຄວາມຮັບຜິດຊອບດ້ວຍຄວາມຕັ້ງຕໍ່ບໍລິສຸດ ;
5. ການຈັດຕັ້ງ ແລະ ປະຊາຊົນບ້ານເພຍວັດ,ບ້ານສີເມືອງ,ບ້ານເກົ້າຍອດ
ເມືອງສີສັດຕະນາກ ເວົ້າສະເພາະ ແລະ ນະຄອນຫລວງວຽງຈັນ ເວົ້າລວມ,
ໄດ້ໃຫ້ການຮ່ວມມືເປັນຢ່າງດີຕະຫລອດມາ.
6. ພິເສດ ແມ່ນອົງການພຸດທະສາສະໜາສຳພັນຂັ້ນສູນກາງ ແລະ
ນະຄອນຫລວງວຽງຈັນ ໃຫ້ການປຶກສາຊີ້ແນະທາງດ້ານເນື້ອໃນ,
ຮູບແບບ, ສິລະປະ ຕະຫລອດຮູບການພິທີກໍາຕ່າງໆ ໃຫ້ຖືກຕ້ອງຕາມ
ຫລັກທໍາ ແລະ ຮີດຄອງປະເພນີ.
ກໍຍ້ອນແນວນັ້ນ ມາຮອດມື້ນີ້ ສະເພາະຫໍຫລັກເມືອງໄດ້ມີຜົນສຳເລັດຢ່າງຈົບງາມ
ຕາມແບບສິລະປະຂອງລາວທີ່ກຳນົດໄວ້ ສາມາດດຳເນີນພິທີສົມໂພດ ແລະ
ສະເຫລີມສະຫລອງໄດ້ຕາມກຳນົດເວລາ.
II. ຄວາມໝາຍສຳຄັນຂອງຫໍຫລັກເມືອງວຽງຈັນ
1. ການຝັງຫລັກບ້ານຫຼືຫລັກເມືອງ ເພື່ອເປັນນິມິດໝາຍໃຫ້ການກໍ່ຕັ້ງບ້ານໃໝ່
ເມືອງໃໝ່ ແມ່ນປະເພນີອັນໜຶ່ງຂອງປະຊາຊົນລາວ ທີ່ນັບຖືກັນມາຕັ້ງແຕ່
ບູຮານນະການມາຈົນເຖິງປັດຈຸບັນນີ້. ປະຊາຊົນລາວກ່ອນຈະປຸກເຮືອນໃໝ່
ກໍຕ້ອງເຮັດພິທີທາງສາສະໜາ ຝັງເສົາແຮກ ຫຼື ເສົາທຳອິດກ່ອນ.
ກ່ອນຈະກໍ່ສ້າງຕຶກອາຄານ, ສໍານັກງານ, ຮ້ານຄ້າ, ໂຮງແຮມ, ໂຮງຈັກ
ໂຮງງານ ກໍຈັດພິທີຝັງສີລາລຶກເຊັ່ນດຽວກັນ, ກ່ອນຈະສ້າງສິມ ກໍມີພິທີ
“ ປ່ອນບີສິມ ” ຫຼື “ ຝັງບີສິມ ” ແລະ ກ່ອນຈະສ້າງບ້ານ ສ້າງເມືອງ
ກໍຕ້ອງມີການເຕົ້າໂຮມສະຕິປັນຍາ ຈິດໃຈ ແລະ ຄວາມສາມັກຄີເປັນປຶກແຜ່ນ
ພ້ອມພຽງກັນ ຝັງຫລັກບ້ານ ຫລັກເມືອງ ເພື່ອເປັນສັນຍາລັກຂອງຊາວບ້ານ
ຊາວເມືອງທັງໝົດ ທີ່ໄດ້ເອກະສັນກັນຕັ້ງບ້ານຕັ້ງເມືອງ ຢູ່ຮ່ວມກັນສ້າງເປັນ
ກຸ່ມຊົນທີ່ຮ່ວມຊາຕາກຳນຳກັນເພື່ອຄວາມສຸກທຸກ ແລະ ເພື່ອພ້ອມກັນສ້າງ
ຄວາມສີວິໄລຮຸ່ງເຮືອງ. ດັ່ງນັ້ນ ຄວາມໝາຍສຳຄັນຂອງຫລັກບ້ານຫລັກເມືອງ
ຈິ່ງແມ່ນເພື່ອຄວາມໝັ້ນຄົງຖາວອນ ຄວາມຢູ່ເຢັນເປັນສຸກຂອງບ້ານເມືອງນັ້ນເອງ.
2. ເສົາຫລັກເມືອງວຽງຈັນແຫ່ງນີ້ ໄດ້ຢັ້ງຢືນປະຫວັດສາດໜ້າໜຶ່ງຂອງ
ຊາດລາວເຮົາ, ເປັນເຫດການສໍາຄັນທີ່ເກີດຂຶ້ນກ່ອນໜ້ານີ້ 472 ປີ ຫຼື 20 ປີ
ກ່ອນທີ່ເມືອງວຽງຈັນ ຈະໄດ້ຮັບການສະຖາປະນາ ໃຫ້ເປັນນະຄອນຫລວງ
ຂອງອານາຈັກລ້ານຊ້າງ, ມັນໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນຈິດນຶ່ງໃຈດຽວ,
ຄວາມອົງອາດກ້າຫານຂອງຄົນລາວບູຮານ ໃນການຕໍ່ສູ້ປົກປັກຮັກສາປິຕຸພູມ
ແລະ ສ່ອງແສງເຖິງຄວາມຮຸ່ງເຮືອງເຫລືອງເຫລື້ອມຂອງນະຄອນວຽງຈັນ
ໃນຍຸກອານາຈັກລ້ານຊ້າງ.
3. ການສ້າງຫໍຫລັກເມືອງຂຶ້ນໃໝ່ນີ້ ດ້ານນຶ່ງເປັນການຢັ້ງຢືນ ແນວທາງ
ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດເຮົາ ໃນການສືບທອດມູນເຊື້ອ
ອັນດີງາມຂອງຊາດ ແລະ ສົ່ງເສີມສິລະປະວັດທະນະທຳ ທີ່ມີເອກະລັກຂອງຊາດ
ກ້າວໜ້າ ແລະ ມະຫາຊົນ.
ດ້ານໜຶ່ງອີກ ກໍເປັນຫລັກຖານປະຫວັດສາດອັນສໍາຄັນ, ເປັນສັນຍາລັກຂອງ
ນະຄອນຫລວງວຽງຈັນຍຸກໃໝ່ ຍຸກສະໄໝສີວິໄລ ທັນສະໄໝ ຢູ່ພາຍໃຕ້
ແສງສະຫວ່າງແຫ່ງການນໍາພາ ທີ່ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ.
ການກໍ່ສ້າງຫໍຫລັກເມືອງວຽງຈັນຂຶ້ນໃໝ່ນີ້ ບໍ່ພຽງແຕ່ເປັນການອະນຸຮັກ ແລະ
ສົ່ງເສີມຄຸນຄ່າສີລະປະວັດທະນະທຳ, ເພື່ອເປັນບ່ອນສຶກສາອົບຮົມມູນເຊື້ອ
ອັນດີງາມຂອງຊາດ ແລະ ອຸດົມການໃຫ້ແກ່ຄົນຮຸ່ນນີ້ ແລະ ຮຸ່ນໜ້າເທົ່ານັ້ນ
ຫາກຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ຂອງຊາດອີກດ້ວຍ.
ຫໍຫລັກເມືອງວຽງຈັນນີ້ ຈະກາຍເປັນປູຊະນີຍະສະຖານ ເປັນມິ່ງຂັວນຂອງ
ຊາດບ້ານເມືອງ ແລະ ເປັນມໍລະດົກສືບຕໍ່ກັນໄປໃນອະນາຄົດ, ປວງຊົນ
ທຸກຖ້ວນໜ້າ ຈົ່ງພ້ອມພຽງກັນປົກປັກຮັກສາ, ທະນຸບໍາລຸງໃຫ້ສູງເດັ່ນ
ສະຫງ່າ ແລະ ໝັ້ນຄົງຂະໜົງແກ່ນຢູ່ຄູ່ນະຄອນຫລວງວຽງຈັນ ແລະ
ຊາດລາວຕະຫລອດໄປ.
III. ການຈັດພິທີສົມໂພດ ແລະ ສະເຫລີມສະຫລອງຫໍຫລັກເມືອງວຽງຈັນ
1. ກ່ຽວກັບງານສົມໂພດ ແລະ ສະເຫລີມສະຫລອງຫໍຫລັກເມືອງວຽງຈັນ
ເພື່ອໃຫ້ເໝາະສົມກັບຄວາມໝາຍສຳຄັນ, ເປັນສິລິມຸງຄຸນ ແລະ ມີຄວາມສັກສິດ,
ຖືກກັບລືກງາມຍາມດີ, ຮີດຄອງປະເພນີລາວທີ່ເຄີຍປະຕິບັດມາ ແລະ ໄດ້ຮັບ
ການເຫັນດີຈາກລັດຖະບານ ແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ 2 ຄືນ
ໂດຍຈະເລີ່ມແຕ່ມື້ຂຶ້ນ 2 ຄໍ່າ ເຖິງ 4 ຄໍ່າ ເດືອນ 12 ພ.ສ 2555 ກົງກັບ
ວັນທີ 15 ຫາ 17 ເດືອນພະຈິກ (11) ຄ.ສ 2012 ທີ່ຈະມາເຖິງນີ້.
2. ເນື້ອໃນລາຍການພິທີສົມໂພດ ແລະ ສະເຫລີມສະຫລອງ ແມ່ນຈະມີທັງ
ພິທີທັງສາສະໜາ, ປ່ອນບີເສົາຫລັກເມືອງ, ຕັ້ງກອງ 9 ກອງ, ມີການສູດ
ສົມໂພດ, ມີການຕັກບາດຖວາຍສັງຄະທານ, ມີການຈັດຕັ້ງການໂມທະນາ
ປະກອບສ່ວນ, ມີການບູຊາເອົາວັດຖຸມຸງຄຸນເຊັ່ນ: ພະພຸທະຮູບເຮັດດ້ວຍ
ໄມ້ຈັນຫອມ, ຮູບຫລໍ່ຫໍ ແລະ ເສົາຫລັກເມືອງ, ປຶ້ມຄວາມເປັນມາ ແລະ
ຂໍ້ມູນຕ່າງໆກ່ຽວກັບຫໍຫລັກເມືອງ ມີການວາງສະແດງວັດຖຸບູຮານ, ມີການ
ຄົບງັນຕາມປະເພນີເຊັ່ນ: ດົນຕີພື້ນເມືອງ, ຂັບລໍາ, ສາຍຮູບເງົາ,
ມີພິທີທາງການເຊັ່ນ: ການລາຍງານຄວາມເປັນມາຂອງການກໍ່ສ້າງ
ຫໍຫລັກເມືອງວຽງຈັນ ໂດຍປະທານຄະນະກຳມະການກໍ່ສ້າງຫໍ
ຫລັກເມືອງວຽງຈັນ, ອັນສໍາຄັນແມ່ນມີການປາໄສຂອງຜູ້ນໍາພັກ-ລັດ.
3. ສ່ວນແຂກທີ່ຈະເຂົ້າຮ່ວມພິທີດັ່ງກ່າວນີ້ ປະກອບດ້ວຍ ພະສົງ 99 ອົງ
ມາຈາກທົ່ວປະເທດ,ມີຜູ້ນໍາພັກ-ລັດ,ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ
ວັດທະນະທໍາສັງຄົມ, ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມພັນລະຍາ,
ຄະນະຮັບຜິດຊອບ, ບັນດາລັດຖະມົນຕີວ່າການ, ຊ່ວຍວ່າການພ້ອມພັນລະຍາ
(ສາມີ), ຫົວໜ້າ, ຮອງຫົວໜ້າອົງການຂອງພັກ, ອົງການຈັດຕັ້ງມະຫາຊົນ
ຂັ້ນສູນກາງ, ເລຂາພັກແຂວງ, ເຈົ້າແຂວງທຸກໆແຂວງພ້ອມດ້ວຍພັນລະຍາ,
ບັນດາຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ທ່ານເຈົ້າເມືອງທຸກໆເມືອງ
ຂອງນະຄອນຫລວງວຽງຈັນ, ອົງການຈັດຕັ້ງສາກົນປະຈໍາ ສ.ປ.ປ.ລາວ,
ພໍ່ຄ້າຊາວຂາຍ, ປະຊາຊົນບັນດາຊັ້ນຄົນໃນທົ່ວປເທດ ຮວມແລ້ວຈະມີປະມານ
2.000-2.500 ຄົນ. ສໍາລັບການນຸ່ງຖື ເພື່ອໃຫ້ສອດຄ່ອງກັບປະເພນີ
ຄວາມເໝາະສົມກັບພິທີສົມໂພດ ແລະ ສະເຫລີມສະຫລອງຫໍຫລັກເມືອງ
ແມ່ນໃຫ້ນຸ່ງຊຸດສີຂາວບໍລິສຸດ, ສໍາລັບຜູ້ຊາຍໃຫ້ນຸ່ງຊຸດຂາວ ຫຼື ເສື້ອຂາວ
ໂສ້ງດໍາກໍໄດ້,ດີແທ້ຖ້າມີເງື່ອນໄຂກໍໃຫ້ນຸ່ງຜ້າຫາງ ຫຼື ຜ້າກ້ອມຍິ່ງເປັນການດີ,
ສໍາລັບແມ່ຍິງໃຫ້ນຸ່ງຊຸດຂາວ ຫຼື ເສື້ອສີຂາວ ສິ້ນທີ່ເໝາະສົມກັບພິທີມຸງຄຸນ,
ທັງຍິງ ແລະ ຊາຍ ໃຫ້ບ່ຽງແພ ຖືຂັນດອກໄມ້ທູບທຽນຕາມປະເພນີ
ເປັນຕົ້ນແມ່ນສໍາລັບຕອນບ່າຍ ມື້ວັນທີ 16 ເດືອນພະຈິກ 2012.
4. ເພື່ອໃຫ້ງານສົມໂພດດຳເນີນໄປຢ່າງຮັບປະກັນ ລັດຖະບານໄດ້ແຕ່ງຕັ້ງ
ຄະນະຮັບຜິດຊອບຮວມມີ 16 ທ່ານ ຈາກພາກສ່ວນທີ່ກ່ຽວຂ້ອງ
ນອກຈາກນັ້ນ ກໍຍັງມີອະນຸກໍາມະການຝ່າຍຕ່າງໆຕື່ມອີກເຊັ່ນ: ກອງເລຂາ
ອະນຸກໍາມະການເນື້ອໃນ,ພິທີການທາງສາສະໜາ,ພິທີການທາງການ,ການເງິນ,
ສະຖານທີ່ ແລະ ປະດັບປະດາ,ໂຄສະນາປະຊາສໍາພັນ,ຄົບງັນ,ສຸຂະພາບ,
ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ໄຟຟ້າ
ນໍ້າປະປາ, ອະນາໄມ-ຫ້ອງນໍ້າ.
5. ເນື່ອງຈາກວ່າພິທີສົມໂພດ ສະເຫລີມສະຫລອງຫໍຫລັກເມືອງເປັນງານໃຫຍ່
ແລະ ມີຄວາມສໍາຄັນ, ສະນັ້ນ ຕ້ອງມີການຮັບປະກັນຄວາມປອດໄພ
ຄວາມເປັນລະບຽບຈົບງາມ, ການຮັບປະກັນດ້ານການບໍລິການຮັບໃຊ້ດ້ານຕ່າງໆ
ຊຶ່ງຍັງຕ້ອງການວັດຖຸອຸປະກອນການໃຊ້ຈ່າຍຕ່າງໆ ຈິ່ງຂໍຮຽກຮ້ອງມາຍັງ
ບັນດາທ່ານຜູ້ມີກຽດ ການຈັດຕັ້ງຂອງລັດ ຂອງສັງຄົມ ບັນດາຫົວໜ່ວຍ
ເສດຖະກິດຕະຫລອດຮອດປະຊາຊົນລາວທົ່ວປະເທດ ຈົ່ງສືບຕໍ່ປະກອບສ່ວນ
ດ້ານຈະຕຸປັດໄຈຕື່ມອີກ, ພ້ອມກັນນີ້ ກໍຂໍເຊີນຊວນບັນດາທ່ານ
ເຂົ້າຮ່ວມໃນງານສົມໂພດ ແລະ ສະເຫລີມສະຫລອງໃນຄັ້ງນີ້ດ້ວຍ.

ຂໍຂອບໃຈ

 
 
 

1 Comment

  1. ิbounthom says:

    ປະກົດວ່າ,ປະຊາຊົນຊາວນະຄອນຫຼວງຈຳນວນໜຶ່ງ
    ຍັງມີຄວາມສັບສົນລະຫວ່າງຫໍຫຼັກເມືອງທີ່ປຸກສ້າງຂື້ນ
    ໃໝ່ແລະວັດສີເມືອງທີ່ຫຼາຍຄົນເຊື່ອວ່າເປັນຫຼັກເມືອງ
    ວຽງຈັນ;ບ່ອນໃດແມ່ນຫຼັກເມືອງແທ້ໆ ຂໍໃຫ້ຄວາມ
    ຊັດເຈນກ່ຽວກັບບັນຫານີ້ແດ່…ຂອບໃຈ

 
 

Leave a Comment