ນ. ສຸນິດຕາ ນັກຮຽນເກ່ງ ລະດັບຊາດ ວິຊາຄະນິດສາດ ຊັ້ນມັດທະຍົມຕົ້ນ

ນ. ສຸນິດຕາ ນັກຮຽນເກ່ງ ລະດັບຊາດ ວິຊາຄະນິດສາດ ຊັ້ນມັດທະຍົມຕົ້ນ

Posted by

ນ້ອງສຸນິດຕາ ພິມມະສອນ ນັກຮຽນຫ້ອງ ມ 4/1 ໂຮງຮຽນມັດທະຍົມ
ພອນສະຫວັນຊົນເຜົ່າ ກຽມມະຫາວິທະຍາໄລ(ມສພຊ)ໄດ້ຄອງອັນດັບ 1
ໃນການສອບເສັງວິຊາຄະນິດສາດຊັ້ນ ມ.ຕົ້ນ ຊຶ່ງເປັນໜຶ່ງໃນສີ່ວິຊາທີ່ ຖືກນຳມາບັນຈຸເຂົ້າໃນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ
ລະດັບຊາດ ມ.4 ແລະ ມ.7 ທົ່ວປະເທດປະຈຳສົກປີ 2013-2014.
ສຸນິດຕາ ໃນໄວອາຍຸ 14 ປີ ກຳເນີດໃນຄອບຕົວກຳມະກອນ ພໍ່ເຮັດວຽກ
ຮັບເໝົາກໍ່ສ້າງໂຄງການຂະໜາດນ້ອຍທົ່ວໄປ ແຕ່ດ້ວຍວິໄສທັດຂອງ
ຜູ້ເປັນພໍ່ທີ່ເບີ່ງເຫັນອະນາຄົດທີ່ຕ້ອງເພິ່ງພາການສຶກສາເປັນປັດໄຈສຳຄັນ
ໃນການດຳລ ົງຊີວິດໃນຕົວເມືອງ ຈິ່ງເອົາໃຈໃສ່ເລື່ອງການຮຽນ ຊຶ່ງໄດ້ມີ
ການຈັດສັນເວລາຮຽນ ເວລາຫລິ້ນ ໃຫ້ລູກຢ່າງເໝາະສົມ ຜົນການຮຽນ
ທີ່ອອກມາໃນແຕ່ລະເດືອນ ພໍ່ຈະເອົາໃຈໃສ່ຕິດຕາມ.

ນ. ສຸນິດຕາ ພິມມະສອນ ນັກຮຽນຫ້ອງ ມ 4/1 ຈາກ ຮ/ຮ ມັດທະຍົມ ພອນສະຫວັນຊົນເຜົ່າ ກຽມມະຫາວິທະຍາໄລ ( ມສພຊ ) ໄດ້ຄອງ
ອັນດັບ 1 ໃນການສອບເສັງວິຊາຄະນິດສາດ ຊັ້ນ ມ. ຕົ້ນ (ແລະ ພໍ່-ແມ່)

ພໍ່ ເລີດວິໄລ ພິມມະສອນ ເວົ້າວ່າ ຄູ-ອາຈານຄືແຮງຍູ້ດັນສຳຄັນ
ພຶດຕິກຳ ແລະ ຄຸນສົມບັດທີ່ດີ ຊຶ່ງລູກໄດ້ສະແດງອອກລ້ວນເກີດຈາກ
ການອົບຮົມບົ່ມສອນຂອງຄູ-ອາຈານທັງນັ້ນ.
ແມ່ ບຸນລັດ ພິມມະສອນ ເຜີຍວ່າ ສຸນິດຕາ ກໍຄືເດັກຍິງທົ່ວໆໄປ
ແຕ່ສິ່ງທີ່ນາງເອົາໃຈໃສ່ ແລະ ປະຕິບັດມາຢ່າງສະໝໍ່າສະເໝີຄືການເບິ່ງ
ບົດຮຽນທຸກໆວັນໃນເວລາຢູ່ເຮືອນ ນອກຈາກການໄປຮຽນນຳຄູ-ອາຈານ
ຢູ່ໂຮງຮຽນກໍແມ່ນເວລາຫລິ້ນຢູ່ເຮືອນກັບນ້ອງຊາຍສອງຄົນ ເບິ່ງໂທລະພາບ
ທ່ອງໂລກອິນເຕີເນັດຕາມພາສາເດັກໆ ແຕ່ນາງຈະບໍ່ລືມການຮຽນ ການແກ້
ວຽກບ້ານ ການອ່ານໜັງສື ຊຶ່ງຖືເປັນຊີວິດປະຈຳວັນຂອງສຸນິດຕາ ທີ່ປະພຶດ
ປະຕິບັດມາຕັ້ງແຕ່ຢູ່ຊັ້ນປະຖົມ.
ພໍ່ ເລີດວິໄລ ໄດ້ໃຫ້ຮູ້ຕື່ມວ່າ ອີງໃສ່ຜົນການຮຽນທີ່ຄູ-ອາຈານໄດ້ລະບຸໄວ້
ໃນປື້ມຕິດຕາມການຮຽນຂອງ ສຸນິດຕາ ຕັ້ງແຕ່ຊັ້ນປະຖົມເປັນຕົ້ນມາ
ເຫັນວ່າວິຊາຄະນິດສາດເປັນວິຊາທີ່ລູກໄດ້ຄະແນນສູງ.
ດ້ານນາງ ສຸນິດຕາ ກໍຍອມຮັບວ່າຜົນການສອບເສັງນັກຮຽນເ່ກງລະດັບຊາດ
ທີ່ນາງໄດ້ຄອງອັນດັບ 1 ນັກຮຽນເກງວິຊາຄະນິດສາດ ຊັ້ນ ມ.4 ເຮັດໃຫ້
ຕົນເອງມີຄວາມຮູ້ສຶກວ່າ ນັບຈາກນີ້ ຕ້ອງໄດ້ເພີ່ມເວລາໃນການຮຽນໃຫ້
ຫລາຍຂຶ້ນ ຄົນຄວ້າຫລາຍຂຶ້ນ ຊຶ່ງບໍ່ແມ່ນການແຂ່ງເພື່ອເອົາຊະນະໝູ່ຄູ່
ແຕ່ເພື່ອເອົາຊະນະຕົນເອງ “ໃນເມື່ອເຮົາໄດ້ເປັນນັກຮຽນເກ່ງລະດັບຊາດ
ເຮົາກໍມີຄວາມພູມໃຈ ແຕ່ໃນນັ້ນ ກໍມາພ້ອມກັບສິ່ງທ້າທາຍທີ່ຕ້ອງໄດ້
ພະຍາຍາມເພື່ອບໍ່ໃຫ້ຜົນການຮຽນ ຫຼື ຄະແນນຫລຸດລົງ”.
ຢ່າງໃດກໍດີ ໃນຄວາມຄິດເຫັນຂອງພໍ່ເລີດວິໄລ ກໍຫວັງໃຫ້ລູກເອົາໃຈໃສ່
ໃນການຮຽນຢ່າງສະໝໍ່າສະເໝີດັ່ງທີ່ເຄີຍປະຕິບັດມາ ຮັກສາສຸຂະພາບ
ຮັບຜິດຊອບໃນໜ້າທີ່ ເປັນລູກທີ່ດີຂອງພໍ່ແມ່ ລູກສິດທີ່ດີຂອງຄູ-ອາຈານ
ໃຫ້ຄວາມສຳຄັນຕໍ່ທຸກໆວິຊາຮຽນ ບໍ່ໃຫ້ຂຸ້ນຂ້ຽວໃສ່ວິຊາໃດວິຊາໜື່ງສະເພາະ
ເພາະເສັ້ນທາງການຮຽນຍັງອີກຍາວໄກ.
ການສອບເສັງນັກຮຽນເກ່ງ ຊັ້ນມັດທະຍົມ ມ.4-ມ.7 ລະດັບຊາດ ປະຈຳ
ສົກຮຽນ 2013-2014 ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ຊຶ່ງມີການສອບເສັງ
4 ວິຊາຄື ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດແລະເຄມີສາດ
ຊຶ່ງມີນັກຮຽນສອບເສັງທັງໝົດ 148 ຄົນ ຍິງ 56 ຄົນທີ່ມາຈາກໂຮງຮຽນ
ມັດທະຍົມໃນທົ່ວປະເທດ ຜ່ານການສອບເສັງ ແລະ ກວດກາຂອງຄະນະ
ກຳມະການ ມີນັກສອບເສັງ 33 ຄົນ ຍິງ 9 ຄົນ ຍາດໄດ້ຜົນຄະແນນສູງ
ຊຶ່ງຜູ້ໄດ້ອັນດັບ 1, 2 ແລະ 3 ໄດ້ຮັບທຶນການສຶກສາ ແລະ ການຍ້ອງຍໍ
ຊົມເຊີຍຈາກຄະນະນຳກະຊວງສຶກສາທິການ ແລະ ກິລາ.

ໂດຍ: ສ.ບົວພາ

One Comment

  1. ບຸນເລີດ says:

    ກ່ອນອື່ນ, ຂໍສະແດງຄວາມຊົມເຊີຍ ແລະດີໃຈນໍາ ນ້ອງສຸນິດຕາ ພິມມະສອນ ເປັນຢ່າງຍິ່ງ ທີ່ໄດ້ເຮັດໃຫ້ຄວາມຫວັງຂອງພໍ່ແມ່ ແລະຕົນເອງ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງປາກົດຜົນເປັນຈິງ. ອັນທີ່ພິເສດໄປກວ່ານັ້ນກໍແມ່ນນ້ອງເອງໄດ້ພິສູດຄວາມສາມາດແບບສະເໝີຕົ້ນສະເໝີປາຍຂອງນ້ອງເອງ ໃນວິຊາທີ່ນ້ອງຮຽນໄດ້ດີມາຕະຫຼອດ. ຄວາມເປັນສຸກທາງໃຈ/ຄວາມພາກພູມໃຈອັນນຶ່ງຂອງພໍ່ແມ່ ແລະຜູ້ຮັບຜິດຊອບການຈັດຕັ້ງກໍຄືວ່າ ລູກຂອງຕົນ ແລະຜູ້ທີ່ສັງກັດຢູ່ໃນການຈັດຕັ້ງຂອງຕົນໄດ້ຮັບການຮັບຮູ້ຈາກສັງຄົມວ່າ ເປັນຜູ້ທີ່ມີຜົນງານ/ຜົນສໍາເລັດໃນໜ້າວຽກໃດນຶ່ງ ເຊິ່ງນ້ອງສຸນິດຕາ ພິມມະສອນເອງກໍແມ່ນຜູ້ນຶ່ງໃນຈໍານວນຄົນທີ່ເວົ້າເຖິງນີ້.
    ແນວໃດກໍຕາມ, ຍ້ອນວ່າບົດນີ້ຖືກນໍາສະເໜີອອກໃຫ້ຜູ້ອ່ານໄດ້ຮູ້ໃນຮູູບແບບ/ກຸ່ມຂອງບົດ “ສາລະຄະດີ” ຈຶ່ງຢາກແລກປ່ຽນນໍາກັນວ່າ ຫາກເລີ່ມຈາກຕົ້ນຫາຊື່ເລື່ອງກໍຈະເປັນຄືວ່າ “ບົດຄວາມ” (ແລ້ວໄປຫາ) “ສາລະຄະດີທົ່ວໄປ” (ແລ້ວໄປຫາຊື່ເລື່ອງ/ຫົວຂໍ້) “ນ. ສຸນິດຕາ ນັກຮຽນເກ່ງລະດັບຊາດ ວິຊາຄະນິດສາດ ຊັ້ນມັດທະຍົມຕົ້ນ”. ຫາກເອົາແຕ່ພຽງ “ບົດຄວາມ” ທໍ່ນັ້ນກໍເຂົ້າກັນດີ ແຕ່ຖ້າເອົາ “ສາລະຄະດີ” ເຂົ້າມາໃສ່ນໍາພັດຄືວ່າມີອັນບໍ່ເຂົ້າກັນດີປານໃດ ເພາະບົດມີລັກສະນະເພີ່ມຕື່ມຂໍ້ຄຶດຂອງທ່ານຜູ້ຂຽນ ແລະ/ຫຼືສໍານວນພັນລະນາຫຼາຍສົມຄວນ.
    ແມ່ນຢູ່ວ່າ “ສາລະຄະດີ” ກໍມີທັງອັນທີ່ເປັນເລື່ອງຂອງທໍາມະຊາດ ແລະອັນທີ່ເປັນເລື່ອງຂອງສັງຄົມ; ການພັນລະນາອາດຈະບໍ່ຈໍາເປັນສໍາລັບອັນທີ່ເປັນທໍາມະຊາດ ແຕ່ອັນທີ່ເປັນສັງຄົມອາດຈະຫຼີກບໍ່ມົ້ມ. ເຖິງປານນັ້ນກໍຕາມ, ອັນທີ່ເອີ້ນວ່າ “ສາລະຄະດີ” ແລ້ວ ບໍ່ວ່າຈະເປັນເລື່ອງຂອງທໍາມະຊາດ ຫຼືສັງຄົມ ກໍລ້ວນແລ້ວແຕ່ຕ້ອງເຮັດໃຫ້ຜູ້ອ່ານສາມາດເກັບກໍາຄວາມຮູ້ໄດ້ຢ່າງເປັນລະບົບ. ຍິ່ງໄປກວ່ານີ້, ຫາກແມ່ນສາລະຄະດີກ່ຽວກັບສິ່ງໃດນຶ່ງທີ່ມີລັກສະນະ “ຮູ້ເພື່ອໃຫ້ເຮັດໄດ້/ເຮັດເປັນ” ແລ້ວ ກໍແຮ່ງມີຄວາມຈໍາເປັນທີ່ຈໍາຕ້ອງເຄັ່ງຄັດທັງທາງດ້ານຄໍາສັບພາສາ, ສ່ວນປະກອບ/ຂໍ້ມູນ ແລະຂັ້ນຕອນຕ່າງໆໃນການປະຕິບັດ. ຫາກບໍ່ດັ່ງນັ້ນ, ຂໍ້ມູນ/ຄວາມຈິງ/ສິ່ງທີ່ຖືກນໍາສະເໜີອອກເຜີຍແຜ່ກໍຈະບໍ່ໄດ້ຮັບຄວາມສົນໃຈຈາກຜູ້ອ່ານ-ຜູ້ຟັງເທົ່າທີ່ຄວນ; ຜູ້ອ່ານ-ຜູ້ຟັງອາດຈະອ່ານ-ຟັງເພື່ອຈຸດປະສົງອື່ນ, ບໍ່ແມ່ນເພື່ອຮູ້-ປະຕິບັດ!!!
    ຕໍ່ກັບເລື່ອງທີ່ນໍາອອກມາເຜີຍແຜ່ນີ້, ທ່ານຜູ້ຂຽນກໍໄດ້ພະຍາຍາມເຮັດໃຫ້ຜູ້ອ່ານໄດ້ຮູ້ “ຄວາມຈິງ” ອັນນຶ່ງກໍຄືວ່າ “ຜົນການຮຽນວິຊາຄະນິດສາດ” ຂອງຕົວລະຄອນສໍາຄັນຕົ້ນຕໍໃນເລື່ອງນີ້ ດີມາຕະຫຼອດນັບແຕ່ຊັ້ນປະຖົມ. ສາເຫດນຶ່ງທີ່ຊ່ອຍໃຫ້ເປັນແນວນັ້ນກໍຄືພໍ່ແມ່ເປັນຜູ້ຊຸກຍູ້ ເຊິ່ງທ່ານຜູ້ຂຽນແຈ້ງບອກວ່າ “…ໄດ້ມີການຈັດສັນເວລາຮຽນ ເວລາຫລິ້ນ ໃຫ້ລູກຢ່າງເໝາະສົມ ຜົນການຮຽນທີ່ອອກມາໃນແຕ່ລະເດືອນ ພໍ່ຈະເອົາໃຈໃສ່ຕິດຕາມ…”. ນອກນີ້, ທ່ານຜູ້ຂຽນຍັງໄດ້ໃຫ້ຜູ້ອ່ານຮູ້ນິດໄສບາງອັນຂອງຕົວລະຄອນສໍາຄັນຕົ້ນຕໍ ໂດຍຜ່ານຕົວລະຄອນທີ່ເປັນແມ່ຂອງນາງທີ່ວ່າ “…ສຸນິດຕາ ກໍຄືເດັກຍິງທົ່ວໆໄປແຕ່ສິ່ງທີ່ນາງເອົາໃຈໃສ່ ແລະປະຕິບັດມາຢ່າງສະໝໍ່າສະເໝີຄື ການເບິ່ງບົດຮຽນທຸກໆວັນໃນເວລາຢູ່ເຮືອນ ນອກຈາກການໄປຮຽນນຳຄູ-ອາຈານຢູ່ໂຮງຮຽນກໍແມ່ນເວລາຫລິ້ນຢູ່ເຮືອນກັບນ້ອງຊາຍສອງຄົນ ເບິ່ງໂທລະພາບທ່ອງໂລກອິນເຕີເນັດຕາມພາສາເດັກໆ ແຕ່ນາງຈະບໍ່ລືມການຮຽນ ການແກ້ວຽກບ້ານ ການອ່ານໜັງສື ຊຶ່ງຖືເປັນຊີວິດປະຈຳວັນຂອງສຸນິດຕາ ທີ່ປະພຶດປະຕິບັດມາຕັ້ງແຕ່ຢູ່ຊັ້ນປະຖົມ.” ຍັງມີຂໍ້ຄວາມນຶ່ງອີກທີ່ບັກທຶກໄວ້ໃນວົງຢືມ: “ໃນເມື່ອເຮົາໄດ້ເປັນນັກຮຽນເກ່ງລະດັບຊາດເຮົາກໍມີຄວາມພູມໃຈ ແຕ່ໃນນັ້ນກໍມາພ້ອມກັບສິ່ງທ້າທາຍທີ່ຕ້ອງໄດ້ພະຍາຍາມເພື່ອບໍ່ໃຫ້ຜົນການຮຽນ ຫຼືຄະແນນຫລຸດລົງ” ເຊິ່ງເປັນອັນທີ່ຜູ້ອ່ານອາດຍັງບໍ່ຮູ້ຄັກວ່າ ແມ່ນຄໍາເວົ້າຂອງບຸກຄົນໃນຕົວຈິງ; ຫຼືວ່າຂອງຕົວລະຄອນສໍາຄັນຕົ້ນຕໍໃນເລື່ອງ; ຫຼືວ່າເປັນຄວາມມຸ່ງຫວັງຂອງພໍ່ແມ່-ສັງຄົມ; …
    ສິ່ງຕ່າງໆທີ່ຍົກມາເທິງນີ້ບົ່ງວ່າ ທ່ານຜູ້ຂຽນປະຕິບັດໜ້າທີ່ຂອງຕົນໃນການນໍາເອົາຄວາມສົມຈິງຫຼາຍຢ່າງແຈ້ງອອກໃຫ້ຜູ້ອ່ານໄດ້ຮູ້ ເຊິ່ງຄວາມສົມຈິງເຫຼົ່ານັ້ນຊໍ້າພັດແຊກປົນຢູ່ນໍາຖ້ອຍຄໍາ-ສໍານວນພັນລະນາ. ຍ້ອນແນວນັ້ນ, ບົດນີ້ ແລະບົດອື່ນໆທີ່ມີລັກສະນະ/ເປັນຄືກັບບົດນີ້ ຄວນເອົາເຂົ້າໄວ້ໃນກຸ່ມ/ໝວດ/ຫົວຂໍ້ “ສາລະຄະດີ” ຫຼືວ່າຄວນຈັດແນວໃດຈຶ່ງຈະເໝາະສົມກັບລັກສະນະຂອງບົດ!!!

Leave a Reply

Your email address will not be published. Required fields are marked *

*