ສົມສະໜິດ ກັບການຜະລິດ ຫັດຖະກຳກຶມໝຸ

ສົມສະໜິດ ກັບການຜະລິດ ຫັດຖະກຳກຶມໝຸ

Posted by

ງານຫັດຖະກຳປະເພດ​ຖັກແສ່ວ​ດ້ວຍ​ມື​ ເປັນ​ເອກະລັກ​ສະ​ເພາະ​ຂອງ​ເອື້ອຍ​ນ້ອງ
​ແມ່ຍິງ​ລາວ​ບັນດາເຜົ່າ​ໃນຫລາຍ​ທ້ອງ​ຖິ່ນ ​​ເປັນ​ສິລະ​ປະ​ລາວ​ທີ່ມີຄວາມ​ໂດດ​ເດັ່ນ
ຊຶ່ງປາກົດ​ຢູ່​ເທິງ​ຜະລິດ​ຕະພັນ ໃນນັ້ນ ​ໜຶ່ງ​ສີສັນສີໄມ້ລາຍມືທີ່ຢາກນໍາມາສະເໜີ
ໃນມື້ນີ້ ​ແມ່ນງານ​ຫັດຖະກຳ​ກຶມໝຸ​(​ແບບປະຍຸກ)ທີ່​ອອກ​ແບບ​ໂດຍ​ທ່ານ​ນາງ ​
ສົມສະໜິດ ​ເຮືອງ​ລິດ ຊຶ່ງ​ເກີດ​ຂຶ້ນຈາກ​ແນວ​ຄວາມ​ຄິດໃນ​ການ​ສ້າງ​ວຽກ​ເຮັດ
​ງານ​ທຳ​ເພື່ອສ້າງ​ລາ​ຍ​ໄດ້​ເສີມໃຫ້ກັບຄອບຄົວ.


​ທ່ານ​ນາງ ສົມ​ສະໜິດ​ ໃຫ້ຮູ້​ວ່າ ໄດ້ມີການ​ລິ​ເລີ່​ມມາ​ໄດ້​ປະມານ 10 ກວ່າ​ປີ​ແລ້ວ
ນັ້ນຄື​ການ​ສ້າງ​ຜະລິດ​ຕະພັນ​ທີ່​ມີ​ທັງ​ ການ​ຫຍິບ​ ຖັກ​ ປັກ ​ແສ່ວ ດ້ວຍ​ມື​ລ້ວນໆ​
ເພື່ອ​ໃຫ້​ເປັນ​ອຸປະກອນ ​ເຄື່ອງ​ໃຊ້ ​ເຄື່ອງ​ປະດັບ ຕົບ​ແຕ່ງ​ພາຍ​ໃນ​ເຮືອນ ​ແລະ
​ຫ້ອງການ ​ຊຶ່ງ​ປະກອບ​ມີ​ຕັ້ງ​ແຕ່​ ກະ​ເປົາ​ນ້ອຍ ຖົງ​ຍ່າມ ຖົງພາຍ ​ເຄື່ອງ​ເອ້​
ພາຍ​ໃນ ທັງ​ຊະນິດ​ຫ້ອຍ​ຝາ ​ແລະ​ ຕັ້ງ​ໂຕະ ​ເຄື່ອງນຸ່ງ​ຫົ່ມຂອງ​ຊົນ​ເຜົ່າ​ກຶມໝຸ
ຜ້າ​ປູ​​ໂຕະ​ຊະນິດ​ຕ່າງໆ​ ​ເຄື່ອງ​ທີ່​ລະນຶກ ແລະ ​ອີກ​ຫລາຍກວ່າ 100 ລາຍການ
ສຳລັບ​ວັດຖຸ​ດິບ​ທີ່​ໃຊ້​ເຂົ້າ​ໃນ​ການ​ສ້າງ​ຜະລິດ​ຕະພັນ​ຊົນ​ເຜົ່າ​ກຶມໝຸ​ ແມ່ນ​ນຳ​ມາ​
ຈາກ​ບັນດາແຂວງ​ຕ່າງໆ ຊຶ່ງ​ປະ​ກອບດ້ວຍ ​ຝ້າ​ຍຜ້າ​ດຳ​ນິນ​ ຜ້າ​ໄໝ ​ເຈ້ຍປໍສາ
ໜ່ວຍ​ໝາກ​ປັດ​ຊະນິດ​ຕ່າງໆ​ ແລະ ​ອີກ​ຫລາຍ​ລາຍການ ຊຶ່ງ​ລ້ວນ​ແຕ່​ເປັນ
​ວັດຖຸ​ດິບ​ທີ່​ມີ​ຢູ່​ພາຍ​ໃນ​ປະ​ເທດ.


ໃນກະບວນການຜະລິດ ພາຍຫລັງ​​ອອກ​ແບບ ​ຄິດ​ຄົ້ນ​ຮູບຊົງຢ່າງ​ລະອຽດ​ແລ້ວ
ທ່ານ​ນາງ ສົມ​ສະໜິດ ກໍ​ແຈກ​ຢາຍ​ວັດຖຸ​ດິບ​ໃຫ້ສະມາຊິກເອື້ອຍ​ນ້ອງ​ແມ່ຍິງທີ່
ຢູ່ໃນກຸ່ມການຜະລິດ​ງານ​ຫັດຖະກຳ​ ຊຶ່ງ​ມີ 8 ຄົນທີ່​ເຮັດ​ວຽກ​ເປັນປະຈຳ​ຢູ່​ບ່ອນ
​ຜະລິດ ​ແລະ​ ຫ້ອງ​ຂາຍ​ທີ່​ຕັ້ງ​ຢູ່​ບ້ານສີ​ສັງວອນ ​ເມືອງ​ໄຊ​ເຊ​ດຖາ ນະຄອນຫລວງ
​ວຽງ​ຈັນ ນອກ​ນັ້ນ ກໍ​ມີ​ອີກຫລາຍ​ຄົນ​ທີ່​ມາ​ຮັບ​ເອົາ​ວັດຖຸ​ ແລະ ​ຮູບ​ແບບ​ໄປ​ຜະລິດ
​ໃນ​ຍາມ​ຫວ່າງ​ຢູ່​ຄອບ​ຄົວ​ ໃນ​ນັ້ນ​ ມີ​ທັງ​ຢູ່​ໃນ 9 ຕົວ​ເມືອງ​ຂອງນະຄອນຫລວງ
​ວຽງ​ຈັນ ​ແລະ ​ຢູ່​ແຂວງ​ວຽງ​ຈັນ ຊຶ່ງໃນແຕ່ລະເດືອນ ​ສະມາຊິກແຕ່ລະຄົນຈະໄດ້
​ຮັບ​ຄ່າສີມື​ແຮງ​ງານປະມານ 800.000 ກີບຫາ 2.000.000 ກີບ​ ​ສ່ວນໃຫຍ່
ແມ່ນ​ຜະລິດ​ໃນ​ຍາມ​ຫວ່າງ​ຫລັງ​ເລີກ​ການ ​ຫຼື ​ສຳ​ເລັດ​ງານ​ດ້ານ​ກະສິກຳ.


ສິນຄ້າ​ຫັດຖະກໍາ​ເຜົ່າກຶມໝຸ​ ຂອງ​ທ່ານ​ນາງ ສົມ​ສະໜິດ ​ເຮືອງ​ລິດ ພາຍຫລັງ
ທີ່ເປັນຜະລິດຕະພັນແລ້ວ ມີ​ມູນຄ່າ​ຕັ້ງ​ແຕ່ 5.000 ກີບ​ຂຶ້ນ​ໄປ ​ຕາມ​ຂະໜາດ​
ລວດລາຍ ​ແລະ ​ຄວາມ​ຍາກຫຼື​ງ່າຍ​ຂອງ​ຂັ້ນ​ຕອນ​ການ​ຜະລິດ ພ້ອມນັ້ນ ລູກຄ້າ
ຍັງສສາມາດ​ອອກ​ແບບ​ເອງ​ ແລະ ​ເລືອກ​ແບບ​ທີ່​ມີ​ສີສັນຕາມ​ຕ້ອງການ​ແລ້ວ
​ສັ່ງ​ໃຫ້​ກຸ່ມຫັດຖະກໍາທ່ານ​ນາງ ​ສົມ​ສະໜິດ ຜະລິດ​ເປັນ​ພິ​ເສດ​ ​ຫຼື ຈະ​ໃຫ້​ຜູ້​ຜະລິດ
ອອກ​ແບບ​ໃຫ້​ຕາມ​ຄວາມ​ຕ້ອງການກໍໄດ້ ສ່ວນ​ລາຄາ​ເສື້ອ ​ແລະ ​ສິ້ນ​​(​ແມ່​ຍິງ
ເຜົ່າ​ກຶມໝຸ​) ແມ່ນ​ຊຸດ​ລະ 250.000 ກີບ ​ແລະ ​ເສື້ອ(ສຳລັບ​ຜູ້​ຊາຍ)ຂາຍ​ໃນ​
ລາຄາ 150.000 ກີບ ທ່ານ​ນາງ ​ສົມ​ສະໜິດ ​​ໃຫ້​ຮູ້​ຕື່ມ​ອີກວ່າ ຜະລິດ​ຕະພັນ​
ຂອງ​ນາງ ​ສ່ວນ​ໃຫຍ່​ໄດ້​ຂາຍ​ດີ​ໃນ​ໄລຍະ 4 ​ເດືອນ​ທ້າຍປີ ຄື​ເລີ່​ມ​ແຕ່​ເດືອນ​ກັນຍາ ​
ຫາ ​ເດືອນ​ທັນວາຂອງ​ທຸກໆ​ປີ​ ເນື່ອງຈາກ​ເປັນ​ໄລຍະ​ທີ່ມີ​ງານ​ບຸນ​ສຳຄັນຕ່າງໆ
​ຂອງ​ຊາດ ​ແລະ ​ງານບຸນ​ປະ​ເພນີ​ຂອງ​​ເຜົ່າກຶມໝຸ ທີ່​ເອີ້ນກັນ​ວ່າ ບຸນ​ເກຣິ
ສຳລັບ​ເດືອນ​ອື່ນໆ ​ກໍ​ຈະ​ຜະລິດ​ໄວ້​ໃຫ້​ຫລາຍ ​ເພື່ອ​ສົ່ງ​ຂາຍ​ໃຫ້​ບັນດາ​ລູກ​ຄ້າ​ປະຈຳ
​ທີ່​ມີ​ຮ້ານ​ຈຳໜ່າຍ​ຢູ່​ທົ່ວ​ປະ​ເທດ.


ທ່ານນາງ ສົມ​ສະໜິດ​ ຍັງກ່າວອີກວ່າ ງານ​ຫັດຖະກຳ​ເຜົ່າກຶມໝຸ ​ເປັນ​ທີ່​ນິຍົມ
​ຂອງລູກຄ້າທັງ​ພາຍ​ໃນ​ແລະຊາວ​ຕ່າງປະ​ເທດ ນາງສະແດງຄວາມພູມໃຈອອກມາ
ວ່າ ຄວາມ​ສຳ​ເລັດ​ບໍ່​ໄດ້​ຢູ່​ທີ່​ຜົນ​ກຳ​ໄລ​ພຽງ​ແຕ່​ສິ່ງ​ດຽວ ​ແຕ່​ມັນກ່ຽວ​ເນື່ອງ​ໄປ​ເຖິງ
​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ບັນດາ​ເອື້ອຍ​ນ້ອງ​ແມ່ຍິງ​ ຕັ້ງແຕ່​ຜູ້​ຜະລິດ​ວັດຖຸ​ດິບ
​ໄປ​ຈົນ​ເຖິງ​ຜູ້​ຫຍິບ ​ຖັກ ​ປັກ ແສ່ວ​ ແລະ ​ຜູ້​ຂາຍ ນີ້​ຖື​ເປັນ​ການ​ກະຈາຍ​ລາຍ​ໄດ້
​ຈາກໂ​ຕ​ເມືອງ​ໄປ​ສູ່​ທ້ອງ​ຖິ່ນ ​ໂດຍ​ນຳ​ໃຊ້​ທ່າ​ແຮງ​ທີ່​ມີ​ຢູ່​ພາຍ​ໃນ​ປະ​ເທດ​ນັ້ນ​ເອງ.

ໂດຍ: ລຸງ​ມາ

One Comment

  1. Bounleuth says:

    ເມື່ອໄດ້ອ່ານບົດນີ້ແລ້ວ ຫຼາຍຄົນຄົງຄຶດພໍ້ໄດ້ວ່າ ການຜະລິດອັນທີ່ເອີ້ນກັນວ່າ “ເຄື່ອງນຸ່ງຂອງຖື” ແມ່ນສິ່ງທີ່ຕິດພັນກັບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ບູຮານ ແລະການຜະລິດສິ່ງດັ່ງກ່າວນີ້ກໍມີລັກສະນະສືບທອດກັນຕາມສາຍເລືອດ ຫຼືວົງສາຄະນະຍາດຫຼາຍກວ່າ ການຕັ້ງເປັນສໍານັກເພື່ອສິດສອນ-ຮໍ່າຮຽນ ໂດຍສະເພາະແມ່ນຄາວບູຮານ. ບັນຫາທີ່ສໍາຄັນທີ່ສຸດກໍຄືວ່າ ຜູ້ທີ່ເປັນໂຕຕັ້ງໂຕຕີງຢູ່ໃນວຽກງານອັນນີ້ແມ່ນ “ແມ່ຍິງ”. ເວົ້າແນວນຶ່ງ, ການອິ້ວຝ້າຍ, ເຂັນຝ້າຍ, ສາວໄໝ, ປັ່ນຫຼອດ, ເກັບຫູກ, ສືບຫູກ, ຕໍ່່າຫູກ,… ກໍລ້ວນແລ້ວແຕ່ແມ່ນແມ່ຍິງເປັນຜູ້ມີບົດບາດສູງທັງເໝິດ. ຊໍ້າບໍ່ໜໍາ, ເມື່ອໄດ້ຜະລິດຕະພັນເປັນ “ແຜ່ນແພ” ຂຶ້ນມາແລ້ວ ຜູ້ທີ່ມີບົດບາດສູງໃນການຕັດ-ຫຍິບ-ຖັກ-ແສ່ວ,… ກໍຍັງຄົງແມ່ນແມ່ຍິງດັ່ງດຽວກັນ!!!
    ຄາວຍັງເປັນເດັກນ້ອຍກ່ອນເຂົ້າໂຮງຮຽນ, ຜະລິດຕະພັນເຄື່ອງນຸ່ງລ້ວນແລ້ວແຕ່ຖືກຕັດ-ຫຍິບດ້ວຍສີມືຂອງແມ່. ອັນທີ່ຍັງຈື່ຮອດເທົ່າຊູ່ມື້ນີ້ກໍຄື “ໂສ້ງຫົວຮູດ” ເພາະເປັນ “ເຄື່ອງນຸ່ງ” ໂຕທໍາອິດທີ່ໄດ້ນຸ່ງນັບແຕ່ຮູ້ຄວາມຄົນມາ. ຈົນວ່າຮອດຍາມເຂົ້າໂຮງຮຽນ, ໂສ້ງຫົວຮູດຂອງຕົນຈຶ່ງຖືກປ່ຽນແທນດ້ວຍ “ເຄື່ອງນັກຮຽນ” ທີ່ພໍ່ໄປຊື້ມາຈາກຮ້ານຄ້າ ເຊິ່ງຢູ່ບໍ່ໄກຈາກບ້ານປານໃດ (ປະມານສິບກວ່າຫຼັກ) ແຕ່ໃນຊຸມປີຫົກສິບຂອງສະຕະວັດທີຊາວນັ້ນການໄປ-ມາ ເວົ້າໄດ້ວ່າ “ຄາວມື້”!!!
    ເຂົ້າໃຈວ່າ “ໂສ້ງຫົວຮູດ” ເປັນຫັດຖະກໍາທີ່ຄົງຄວາມເປັນເອກະລັກແນວນຶ່ງຂອງພູມປັນຍາ ຫຼືສີມືຂອງຄົນລາວເຮົາມາແຕ່ບູຮານ. ບັນຫາທີ່ເປັນຕາສົນໃຈກໍຄືວ່າ ໃນປັດຈຸບັນນີ້ ແມ່ນວ່າຈະມີໂຮງງານຕັດ-ຫຍິບທີ່ທັນສະໄໝຫຼາຍປານໃດກໍຕາມ ຜະລິດຕະພັນທີ່ເປັນ “ໂສ້ງ”, ໂດຍສະເພາະແມ່ນໂສ້ງສໍາລັບນຸ່ງຫຼິ້ນກິລາ (ໂສ້ງກິລາ), ກໍຍັງມີບາງຈຸດທີ່ຄ້າຍຄືກັບລັກສະນະບາງອັນຂອງໂສ້ງຫົວຮູດຢູ່. ຈຸດທີ່ເວົ້າເຖິງນີ້ກໍຄື ແມ່ນວ່າບໍລິເວນຫົວໂສ້ງຈະມີແຜ່ນແພຢາງທີ່ຫົດ-ຍືດໄດ້ຖືກຫຍິບຕິດໄວ້ແລ້ວກໍຕາມ ເຖິງປານນັ້ນກໍຍັງມີສາຍສອດໄວ້ສໍາລັບຮັດ-ມັດໃຫ້ແໜ້ນຕື່ມອີກ. ສາຍອັນນັ້ນກໍມີຄຸນລັກສະນະບໍ່ແຕກຕ່າງຫຍັງຫຼາຍປານໃດກັບສາຍໂສ້ງຫົວຮູດ; ສ່ວນທີ່ຕ່າງກໍຄືຊິແມ່ນການຖືກນໍາໃຊ້: “ສາຍໂສ້ງກິລາ” ເວລາໃຊ້ອາດຈະໄດ້-ບໍ່ໄດ້ “ຮູດ” ຫົວໂສ້ງ ເພາະມີຢາງຍືດຮັດໄວ້ແລ້ວ ແຕ່ສໍາລັບ “ສາຍໂສ້ງຫົວຮູດ” ເວລາໃຊ້ຈໍາຕ້ອງໄດ້ “ຮູດ” ຫົວໂສ້ງເຂົ້າກ່ອນແລ້ວຈຶ່ງຂອດຮັດໄວ້!!!
    ຍັງພໍຈື່ໄດ້ວ່າ ມີຫຼາຍເທື່ອສົມຄວນທີ່ທັງໂຕເອງ ແລະໝູ່ຄູ່ຫຼິ້ນໝາກງູກິນຫາງ, ຫຼິ້ນໝາກບ້າ, ແລ່ນໄລ່ຢອກກັນຕາມເດີ່ນວັດ-ເດີ່ນບ້ານ, … ຂອດຮັດສາຍຫົວໂສ້ງຂອງບາງຄົນຫຼຸດ ແລະມີບາງເທື່ອກໍຂາດ ໂສ້ງກໍຫຼຸດລົງໄປຂ້ອງແຄ່ງຂ້ອງຂາຕົນເອງ ແລ້ວກໍລົ້ມຟຸບລົ້ມຟາບຕາມປະສາຂອງຜູ້ທີ່ຍັງບໍ່ທັນຮູ້ຄວາມຄັກ. ໝູ່ຜູ້ອື່ນທີ່ຫຼິ້ນຢູ່ນໍາກັນເຫັນແນວນັ້ນກໍທັງທ້ວງທັງຫົວຊວ່າແຊວອຶກກະທຶກ!!!
    ຍົກເອົາເລື່ອງນີ້ມາເວົ້າບໍ່ໄດ້ໝາຍຄວາມວ່າ ຢາກພາກັນກັບຄືນໄປນຸ່ງໂສ້ງຫົວຮູດ! ເປັນພຽງເພື່ອຢາກຕັ້ງບັນຫານໍາກັນວ່າ ມີບາງອັນບາງແນວນັ້ນບັນພະບຸລຸດຂອງພວກເຮົາເພິ່ນໄດ້ເຮັດເປັນແບບຢ່າງໄວ້ໃຫ້ພວກເຮົາສືບຄົ້ນ ແຕ່ກໍມີຫຼາຍອັນສົມຄວນທີ່ຖືກເບິ່ງຂ້າມ ແລະ/ຫຼືບໍ່ໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ. ຫາກວ່າສິ່ງດັ່ງກ່າວນັ້ນມີອັນຄ້າຍຄືກັບອັນທີ່ “ເຂົ້າມາໃໝ່” ຫຼືອັນທີ່ເອີ້ນກັນທົ່ວໄປວ່າ “ທັນສະໄໝ” ແລ້ວກໍແຮ່ງຖືກເບິ່ງຂ້າມໄດ້ໄວ ເພາະເປັນເລື່ອງທີ່ຂຶ້ນກັບຄວາມປ່ຽນແປງພາຍໃນກະໂຕຄົນເຮົາ. ເວົ້າແນວນຶ່ງ, ບາງຄົນບໍ່ພໍໃຈໃນສິ່ງທີ່ຕົນມີຢູ່ ແລ້ວກໍຂົນຂວາຍຫາອັນອື່ນ ອັນທີ່ຕົນເຫັນວ່າດີວ່າງາມມານຸ່ງມາຖື ແຕ່ຊໍ້າພັດລືມໄປວ່າອັນທີ່ຕົນມີມາແລ້ວນັ້ນມັນມີຄ່າທຽບເປັນເງິນເປັນຄໍາບໍ່ໄດ້!! ແຕ່ມີຄ່າອັນສູງສົ່ງທາງພູມປັນຍາ!!!
    ທ່ານນາງສົມສະໜິດ ເຮືອງລິດ ຄົງເປັນແມ່ຍິງຜູ້ນຶ່ງທີ່ເຫັນວ່າ ສິ່ງທີ່ຕົນມີມາແລ້ວນີ້ ຫາກວ່າໄດ້ຮັບການສືບຄົ້ນ ແລະເສີມຂະຫຍາຍຢ່າງຕັ້ງໜ້າກໍຄົງມີຄຸນຄ່າສູງຫຼາຍ ບໍ່ພຽງແຕ່ທາງດ້ານວັດຖຸ ຫຼືສ້າງລາຍໄດ້ເພີ່ມຕື່ມໃຫ້ແກ່ຄອບຄົວເທົ່ານັ້ນ ຫາກຍັງມີຄ່າທາງດ້ານວັດທະນະທໍາໃນການນຸ່ງຖືອີກດ້ວຍ. ຍ້ອນແນວນັ້ນ “ຫັດຖະກໍາກຶມມຸ” ຈຶ່ງໄດ້ຖືກກໍ່ຕັ້ງ ແລະດໍາເນີນກິດຈະການມາຢ່າງຕໍ່ເນື່ອງ ໂດຍຢູ່ພາຍໃຕ້ການເບິ່ງແຍງຂອງເພິ່ນເອງ ເປັນເວລາກວ່ານຶ່ງທົດສະວັດແລ້ວ. ອັນນີ້ບໍ່ສະເພາະແຕ່ເປັນການສືບທອດ-ເສີມຂະຫຍາຍມູນເຊື້ອ-ພູມປັນຍາຂອງບັນພະບຸລຸດທໍ່ນັ້ນ ຫາກຍັງເປັນອັນທີ່ສົ່ງສະທ້ອນໃຫ້ເຫັນຄວາມຮອບຮູ້, ຄວາມສາມາດ ແລະຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າອີກດ້ວຍ!!!

Leave a Reply

Your email address will not be published. Required fields are marked *

*