ເຄິ່ງນຶ່ງຂອງຊາວນະຄອນຫຼວງວຽງຈັນ ຍັງບໍ່ໃສ່ໃຈກັບການເກັບມ້ຽນຂີ້ເຫຽື້ອຢ່າງຖືກວິທີ

ເຄິ່ງນຶ່ງຂອງຊາວນະຄອນຫຼວງວຽງຈັນ ຍັງບໍ່ໃສ່ໃຈກັບການເກັບມ້ຽນຂີ້ເຫຽື້ອຢ່າງຖືກວິທີ

Posted by

ຖືເປັນນຶ່ງໃນບັນຫາ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ເນື່ອງຈາກວ່າ ປະຊາກອນກວ່າເຄິ່ງນຶ່ງທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຫຼື ເທົ່າກັບ 40 ກວ່າສ່ວນຮ້ອຍ ຍັງບໍ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຽື້ອກັບອົງການທີ່ກ່ຽວຂ້ອງ ທັງນີ້ ກໍຍ້ອນບໍ່ມີກົດໝາຍ ແລະ ນິຕິກໍາຄຸ້ມຄອງ ຫຼື ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເຖິງວ່າຈະມີມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການປະຕິບັດໂຄງການວຽງຈັນສະອາດໃນສະເພາະໜ້າ ແລະ ຮອດປີ 2020 ກໍຕາມ ເຊິ່ງໃນປັດຈຸບັນ ກໍຍັງມີປາກົດການຖິ້ມຂີ້ເຫຽື້ອຊະຊາຍຢູ່ຕາມສາຍທາງເສັ້ນສໍາຄັນຕ່າງໆ ທີ່ໜ້າສັງເກດກໍຄື ຖະໜົນສາຍໃດກໍຕາມທີ່ສ້າງສໍາເລັດໃໝ່ໆ ແລະ ທີ່ດິນລຽບແຄມຖະໜົນຍັງບໍ່ຖືກນໍາໃຊ້ກໍຈະກາຍເປັນສຸສານຂີ້ເຫຽື້ອທັນທີ.

ການສວຍໂອກາດຖິ້ມຂີ້ເຫຽື້ອຕາມແຄມທາງທີ່ຫ່າງໄກເຮືອນຄົນ.

ການສວຍໂອກາດຖິ້ມຂີ້ເຫຽື້ອຕາມແຄມທາງທີ່ຫ່າງໄກເຮືອນຄົນ.

…….ທ່ານ ຄໍາປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານໂຕເມືອງວຽງຈັນ ຫຼື ອພບ ໄດ້ໃຫ້ຮູ້ວ່າ ນຶ່ງໃນບັນຫາກໍແມ່ນ ການຈັດເກັບຂີ້ເຫຽື້ອຂອງ ອພບ ທີ່ຍັງແກ້ໄຂບໍ່ຕົກ ເຖິງວ່າຈະມີ 8 ໜ່ວຍງານຂອງພາກທຸລະກິດ ແລະ 1 ໜ່ວຍງານຂອງລັດ ໃນການຈັດເກັບຂີ້ເຫຽື້ອ ແຕ່ວ່າປະລິມານຂີ້ເຫຽື້ອທີ່ບໍ່ມີເຈົ້າຂອງ ເຊິ່ງນໍາມາກອງໄວ້ຢູ່ແຄມທາງຢ່າງຊະຊາຍ ກໍມີຫຼວງຫຼາຍ ໂດຍສ່ວນໃຫຽ່ກໍແມ່ນຂີ້ເຫຽື້ອມືຖືຂອງຜູ້ມັກງ່າຍທີ່ມັກເອົາມາວາງແອ້ມແປະໃກ້ກັບ ຈຸດວາງຂີ້ເຫຽື້ອຂອງຜູ້ເຮັດສັນຍາຈັດເກັບກັບ ອພບ ນອກນັ້ນ ກໍມີຂີ້ເຫຽື້ອຂອງຫົວໜ່ວຍທຸລະກິດ ຂອງພໍ່ຄ້າແມ່ຂາຍ ແລະ ອື່ນໆ ເຊິ່ງຈະນໍາໃສ່ລົດໄປຖິ້ມຢູ່ຈຸດດິນວ່າງ ຫຼື ທີ່ດິນຮົກເຮື້ອແຄມທາງຕ່າງໆ ແລະ ເປັນການເພີ່ມປະລິມານຂີ້ເຫຽື້ອສັງຄົມໃຫ້ທັບຖົມຄູນຂຶ້ນນັບມື້ ເຊິ່ງຫຼາຍພາກສ່ວນຕ້ອງມີສ່ວນຮ່ວມເປັນເຈົ້າການໃນການແກ້ໄຂຢ່າງຈິງຈັງຈິ່ງຈະເຮັດໃຫ້ໂຕເມືອງນະຄອນຫຼວງວຽງຈັນ ມີຄວາມສະອາດຈົບງາມ.

ທ່ານ ຄໍາປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານໂຕເມືອງວຽງຈັນ ໃຫ້ສໍາພາດກ່ຽວກັບການແກ້ໄຂບັນຫາຂີ້ເຫຽື້ອ.

ທ່ານ ຄໍາປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານໂຕເມືອງວຽງຈັນ ໃຫ້ສໍາພາດກ່ຽວກັບການແກ້ໄຂບັນຫາຂີ້ເຫຽື້ອ.

…….ບັນຫາອີກຢ່າງນຶ່ງນັ້ນ ແມ່ນພຶດຕິກໍາຄັດແຍກຂີ້ເຫຽື້ອຂອງສັງຄົມລາວເຮົາ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງສ່ວນໃຫຽ່ ຫຼື ເກືອບທັງໝົດ ແມ່ນຈະຍັດສິ່ງເສດເຫຼືອຕ່າງໆ ລົງໃນຖົງຂີ້ເຫຽື້ອຖົງດຽວ ຈິ່ງເກີດພາວະໝັກບົ່ມເປື້ອນເປິເກີນກວ່າຈະເປັນ ເມື່ອບວກກັບຄວາມສາມາດຮອງຮັບ ຫຼື ການຈັດເກັບຂີ້ເຫຽື້ອໄປຖິ້ມຢູ່ສະໜາມຂີ້ເຫຽື້ອຫຼັກ 32 ທີ່ເຮັດໄດ້ມື້ນຶ່ງລະຫວ່າງ 25-28 ໂຕນ ເຊິ່ງຖ້າທຽບໃສ່ຈໍານວນປະຊາກອນໃນນະຄອນຫຼວງວຽງຈັນ ທີ່ນັກວິຊາການໄດ້ປະເມີນວ່າ ມີການຜະລິດຂີ້ເຫຽື້ອປະມານ 0,6 ກິໂລກຣາມຕໍ່ຄົນຕໍ່ມື້ ກໍເຫັນວ່າການປະຕິບັດວຽກງານຈັດເກັບແມ່ນເຮັດໄດ້ພຽງແຕ່ 50% ເທົ່ານັ້ນ ແລະ ນີ້ກໍຄືນຶ່ງໃນສາເຫດຫຼັກຂອງບັນຫາທ້າທາຍຕໍ່ການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ.

…….ສ່ວນໃນຂໍ້ຂ້ອງໃຈທີ່ມວນຊົນຝາກຖາມຜ່ານສື່ ກ່ຽວກັບສະພາບເສັ້ນທາງໃນໂຕເມືອງບາງສາຍຍັງບໍ່ສະອາດ ຍັງມີຂີ້ຝຸ່ນປົກຄຸມແຄມທາງຢູ່ນັ້ນ ກໍຍ້ອນວ່າ ປັດຈຸບັນອົງການ ອພບ ມີກໍາມະກອນພາກສະໜາມພຽງ 82 ຄົນ ມີພາຫະນະທັງໝົດ 72 ຄັນ ເຊິ່ງຖ້າທຽບໃສ່ຄວາມຕ້ອງການຂອງໜ້າວຽກທັງໝົດບໍ່ວ່າວຽກເກັບກວາດ ວຽກເສຍຫຽ້າ ບົວລະບັດໄມ້ປະດັບ ວຽກຫົດລ້າງເສັ້ນທາງ ແລະ ອື່ນໆ ກໍເຫັນວ່າຕອບສະໜອງໄດ້ບໍ່ຮອດເຄິ່ງນຶ່ງຂອງໜ້າວຽກພາກສະໜາມ ດັ່ງນັ້ນ ຈິ່ງເຮັດໃຫ້ວຽກງານອະນາໄມຊວ້ານຂີ້ດິນ-ຂີ້ຊາຍແຄມທາງ ຫຼື ລ້າງທາງທັງໝົດ ແມ່ນຍັງປະຕິບັດບໍ່ທັນໄດ້ຄົບ 21 ເສັ້ນທາງ ອີກຂອດນຶ່ງແມ່ນບັນຫາແຮງງານ ເນື່ອງຈາກສັງຄົມນະຄອນຫຼວງ ຫຼື ສ່ວນໃຫຍ່ໃນປະເທດເຮົາຍັງພາກັນຍຶດຕິດກັບຈິດສໍານຶກທີ່ວ່າ ຄົນກວາດຖະໜົນ ຜູ້ຈັດເກັບຂີ້ເຫຽື້ອແມ່ນອາຊີບຕໍ່າຕ້ອຍນ້ອຍໜ້າ ທັງທີ່ວ່າ ບາງເທື່ອລາຍໄດ້ຂອງເຂົາເຈົ້າອາດຫຼາຍກວ່າກໍາມະກອນບາງບ່ອນ ບາງຄົນອີກຊໍ້າ.

…….ຢ່າງໃດກໍດີ ພາຍຫຼັງທີ່ມີມະຕິຕົກລົງກ່ຽວກັບການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ກໍຖືເປັນອີກນຶ່ງບ່ອນອີງໃນການປະຕິບັດງານໂຕຈິງ ເຊິ່ງເຊື່ອແນ່ວ່າ ບັນຫາຂີ້ເຫຽື້ອຈະໄດ້ຮັບການແກ້ໄຂໃຫ້ດີຂຶ້ນໃນອະນາຄົດອັນໃກ້ນີ້.

ໂດຍ: ສ.ບົວພາ

One Comment

  1. Bounleuth says:

    ອ່ານຂ່າວນີ້ແລ້ວພາໃຫ້ເຫັນຄວາມຈິງອັນນຶ່ງວ່າ ພົນລະເມືອງຂອງນະຄອນຫຼວງວຽງຈັນ (ນວ) ເພີ່ມຂຶ້ນຫຼາຍ ແລະຕົວເມືອງກໍຂະຫຍາຍໄວ ເຊິ່ງມີຄວາມຮຽກຮ້ອງຕ້ອງການໃນຫຼາຍດ້ານສູງ ແຕ່ການຕອບສະໜອງຄວາມຮຽກຮ້ອງຕ້ອງການຍັງບໍ່ທັນໄດ້ຢ່າງຄົບຖ້ວນ. ສະເພາະຂ່າວນີ້ກໍສະທ້ອນໃຫ້ເຫັນວ່າ ແຮງງານຈັດເກັບຂີ້ເຫຍື້ອໃນ ນວ ມີຈໍານວນໜ້ອຍກວ່າບໍລິມາດວຽກ ດັ່ງຂໍ້ມູນຂ່າວ “…ກໍເຫັນວ່າຕອບສະໜອງໄດ້ບໍ່ຮອດເຄິ່ງນຶ່ງຂອງໜ້າວຽກ…”. ຈຸດນີ້ບົ່ງບອກວ່າ ການຢູ່ຮ່ວມກັນເປັນສັງຄົມນຶ່ງຂອງຄົນເຮົາ ຮຽກຮ້ອງໃຫ້ມີຄວາມຮັບຜິດ ຊອບຮ່ວມກັນຫຼາຍຂຶ້ນກວ່າເກົ່າ. ພວກເຮົາບໍ່ປະຕິເສດວ່າ ໃນແຕ່ລະດ້ານນັ້ນກໍລ້ວນແລ້ວແຕ່ມີຜູ້ເຮັດວຽກ ແລະຜູ້ຮັບຜິດຊອບສະເພາະ ຫາກຊິປະໃຫ້ແຕ່ພາກສ່ວນທີ່ຮັບຜິດຊອບນັ້ນດໍາເນີນການຜູ້ດຽວ ຜົນໄດ້ຮັບກໍຄົງບໍ່ສູງເທົ່າທີ່ຄວນ ເພາະບາງອັນມັນຈໍາຕ້ອງມີ “ການປະກອບສ່ວນ” ຫຼື “ການເປັນໃຈ” ຂອງສະມາຊິກທັງເໝິດໃນສັງຄົມ. ບັນຫາ “ຂີ້ເຫຍື້ອ” ກໍມີລັກສະນະຄ້າຍຄືກັນ ເພາະມີຂໍ້ມູນຂ່າວບອກວ່າ “…ພຶດຕິກໍາຄັດແຍກຂີ້ເຫຽື້ອຂອງສັງຄົມລາວເຮົາ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງສ່ວນໃຫຽ່ ຫຼື ເກືອບທັງໝົດ ແມ່ນຈະຍັດສິ່ງເສດເຫຼືອຕ່າງໆ ລົງໃນຖົງຂີ້ເຫຽື້ອຖົງດຽວ ຈິ່ງເກີດພາວະໝັກບົ່ມເປື້ອນເປິເກີນກວ່າຈະເປັນ…”.
    ຄວາມຈິງ, ປາກົດການຕາມຂໍ້ມູນຂ່າວທີ່ໄດ້ຍົກມານີ້ ອາດມີສ່ວນນຶ່ງສືບສົ່ງສະທ້ອນມາຈາກຄວາມຊິນເຄີຍກໍເປັນໄດ້. ເວົ້າແນວນີ້ກໍເພາະວ່າ ໃນຄາວກ່ອນໆພຸ້ນ ສະພາບແວດລ້ອມທາງສັງຄົມ-ທໍາມະຊາດຕ່າງຈາກອັນທີ່ເປັນຢູ່ໃນປັດຈຸບັນນີ້ຫຼາຍ ນັບທັງອັນທີ່ຢູ່ໃນຊົນນະບົດ ແລະຕົວເມືອງ. ຍ້ອນແນວນັ້ນ, ວິຖີຊີວິດສ່ວນນຶ່ງ ຫຼືຫຼາຍສ່ວນຂອງຄົນລາວເຮົາຈຶ່ງມີລັກສະນະເປັນໄປຕາມສະພາບແວດລ້ອມເຫຼົ່ານັ້ນເຊັ່ນວ່າ ການເຮັດອາຫານການກິນ ເປັນຕົ້ນ. ຄຶດເຫັນພາບຄາວຫຼັງປະມານ ໕ ຫາ ໖ ທົດສະວັດ: ຍາມໄປລ້ຽງງົວລ້ຽງຄວາຍ-ເຝົ້າໄຮ່ເຝົ້ານາ, ແມ່ກໍເອົາໝົກເຫັດ/ໝົກປາ, ຫໍ່ແຈ່ວ/ຫໍ່ເກືອ, … ເຊິ່ງລ້ວນແລ້ວແຕ່ໃຊ້ແນວຫຸ້ມ/ຫໍ່ເປັນທໍາມະຊາດທັງເໝິດໃສ່ໃນຕິບເຂົ້າໃຫ້; ກິນ/ໃຊ້ແລ້ວແນວຫຸ້ມຫໍ່ເຫຼົ່ານັ້ນ ແລະຂອງກິນເຫຼືອກໍຖືກຖິ້ມລົງດິນໂລດ ຍ້ອນເຂົ້າໃຈວ່າ: ຫາກແມ່ນເປັນຍາມແລ້ງມັນກໍຊິແຫ້ງຂອບ-ແຕກມຸ່ນ ແລະຖ້າເປັນຍາມຝົນກໍຊິປຽກຊຸ່ມ-ເນົ່າເປື່ອຍ ແລ້ວກໍຊິກາຍສະພາບເປັນທາດບໍາລຸງລ້ຽງໃຫ້ແກ່ຊາດສັດ-ພືດຊະນິດອື່ນອີກຕໍ່ໄປຕາມວັດຕະຈັກຂອງມັນ!!!
    ກັບຄືນມາເວົ້າເຖິງຄວາມສະອາດ. ແນວໃດກໍແນວ, ຄັນເມື່ອເວົ້າເຖິງຄວາມສະອາດກໍຕ້ອງໄດ້ເວົ້າຮອດຄວາມເປັນລະບຽບຮຽບຮ້ອຍໄປນໍາ ເພາະມັນມີອັນກ້ຽວຕິດກັນ. ມັນກະເປັນການຄຶດນໍາຍາກສົມຄວນທີ່ວາດພາບ-ສໍານຶກເຫັນ: ຄົນຜູ້ນຶ່ງນຸ່ງເຄື່ອງສະອາດທີ່ສຸດ ແຕ່ພັດນຸ່ງບໍ່ຖືກຕາມແບບທີ່ກໍານົດ! ຫຼືຄົນຜູ້ນຶ່ງນຸ່ງເຄື່ອງສະອາດ ທັງວາດນຸ່ງກະຖືກຕາມແບບກໍານົດ ແຕ່ຊໍ້າພັດຍ່າງຕາມທາງເຊຊ້າຍ-ເຊຂວາ, ດວນໜ້າ-ເງີກຫຼັງ!! ຫຼືຄົນຜູ້ນຶ່ງອີກນຸ່ງເຄື່ອງສະອາດ ທັງວາດນຸ່ງກໍຖືກຕາມແບບກໍານົດ ຍ່າງຕາມທາງຢ່າງມີຄວາມຄ່ອງງາມ ແຕ່ຢູ່ບໍ່ຢູ່ຊໍ້າພັດຖິ້ມເສດສິ່ງຂອງໃດນຶ່ງລົງບ່ອນທີ່ບໍ່ໄດ້ຖືກກໍານົດໃຫ້ຖິ້ມໃສ່!!! … ຜູ້ໃດກໍຕາມທີ່ມີຄວາມຊື່ນຊົມ-ປະເອີບໃຈນໍາຄົນຜູ້ນັ້ນແຕ່ເມື່ອຕອນແຮກເຫັນ, ເມື່ອມາຮອດຕອນນີ້, ຄືຊິມີອັນຫຼຸດຜ່ອນຢ່ອນຍານລົງຫຼາຍເຕີບ! ອັນນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງ “ຄວາມເປັນສັງຄົມ” ທີ່ສະມາຊິກທຸກຄົນໃນສັງຄົມຄວນໄດ້ຄຶດຄໍານຶງ ແລະດັດປັບຕົນເອງໃຫ້ເປັນໄປ-ເຂົ້າກັນໄດ້.
    ໃນທໍານອງດຽວກັນ, “ການແຍກຂີ້ເຫຍື້ອ” ກໍຄົງເປັນຄວາມຮຽກຮ້ອງອັນນຶ່ງຂອງທົ່ວສັງຄົມ ຫາກບໍ່ແມ່ນສະເພາະແຕ່ຂອງພາກສ່ວນທີ່ມີໜ້າທີ່ຮັບຜິດຊອບໂດຍກົງທໍ່ນັ້ນ. ແນວໃດກໍຕາມ, ຂໍຕັ້ງເປັນຂໍ້ແລກປ່ຽນນໍາກັນວ່າ ຢາກຕອບສະໜອງຕາມຄວາມຮຽກຮ້ອງອັນນີ້ ຈໍາເປັນຕ້ອງມີການຫັນວຽກນີ້ໃຫ້ເປັນສ່ວນນຶ່ງຂອງວິຖີຊີວິດປະຈໍາວັນຂອງຄົນທັງເໝິດໃນສັງຄົມ. ເວົ້າໄດ້ວ່າ ຢູ່ໃນສັງຄົມເມືອງ ຄົນສ່ວນຫຼາຍຊິນເຄີຍກັບການຖິ້ມເສດສິ່ງຂອງ (ຂີ້ເຫຍື້ອ) ໃສ່ກະຖັງຂີ້ເຫຍື້ອແລ້ວ ແຕ່ພ້ອມດຽວກັນນັ້ນກໍຍັງສັງເກດເຫັນວ່າ ກະຖັງຂີ້ເຫຍື້ອສ່ວນຫຼາຍກໍຍັງແມ່ນ “ບ່ອນສໍາລັບຖິ້ມຂີ້ເຫຍື້ອທຸກຊະນິດ” ຢູ່, ບໍ່ມີການຈໍາແນກ; ຢູ່ຕາມເຮືອນຊານບ້ານຊ່ອງສ່ວນນຶ່ງກໍມີລັກສະນະດຽວກັນ; ແມ່ນແຕ່ຢູ່ຕາມສະຖານທີ່ການສຶກສາ, … ຄຸນລັກສະນະຂອງກະຖັງຂີ້ເຫຍື້ອກໍບໍ່ແຕກຕ່າງກັນກັບອັນທີ່ຍົກມາ. ຫາກວ່າ “ກະຖັງຂີ້ເຫຍື້ອ” ເຊິ່ງຖືກຕັ້ງໄວ້ສໍາລັບໃຫ້ໃສ່ຂີ້ເຫຍື້ອຢູ່ທົ່ວທຸກບ່ອນ ມີແນວບອກ ຫຼືເຄື່ອງໝາຍ ໃຫ້ຮູ້ “ປະເພດຂີ້ເຫຍື້ອ” ກໍຄົງຊິເປັນແນວຕຸກເຕືອນໃຫ້ “ຜູ້ຖິ້ມຂີ້ເຫຍື້ອ” ມີຄວາມຮູ້ສຶກ-ຮັບຜິດຊອບຫຼາຍຂຶ້ນເພີ່ມຕື່ມອີກ!

Leave a Reply

Your email address will not be published. Required fields are marked *

*