ເດັກນ້ອຍ ຄວນໄດ້ຮັບການປົກປ້ອງ ຊ່ອຍເຫຼືອຈາກສັງຄົມ ກໍລະນີເດັກຖືກໃຊ້ເປັນເຄື່ອງມື

ເດັກນ້ອຍ ຄວນໄດ້ຮັບການປົກປ້ອງ ຊ່ອຍເຫຼືອຈາກສັງຄົມ ກໍລະນີເດັກຖືກໃຊ້ເປັນເຄື່ອງມື

Posted by

ຄົນຂໍທານ ນຶ່ງໃນປາກົດການຫຍໍ້ທໍ້ ທີ່ພວມເປັນບັນຫາ ແລະ ທ່າອ່ຽງເພີ່ມຂຶ້ນ ຖ້າບໍ່ໄດ້ຮັບການແກ້ໄຂຢ່າງຖືກວິທີ ແລະ
ແກ້ໄຂຕັ້ງແຕ່ເວລານີ້ເປັນຕົ້ນໄປ ກໍອາດກາຍເປັນຕ່ອງໂສ້ເກາະຕິດເຊື່ອມຈອດ ຫຼື ເປັນເງື່ອນໄຂໃຫ້ແກ່ບັນຫາປາກົດການ
ຫຍໍ້ທໍ້ອື່ນໆ ທີ່ຈະຕາມມາກັບບັນຫາຄົນຂໍທານ.

………..ສະພາບຄົນຂໍທານໃນປັດຈຸບັນ ພວມຖືກຢິບຍົກຂຶ້ນມາເປັນປະເດັນສົນທະນາວ່າກ່າວໃນສັງຄົມທົ່ວໄປ ເປັນຕົ້ນ
ແມ່ນກຸ່ມຂໍທານທີ່ມີທັງຜູ້ໃຫຍ່ ສຸຂະພາບແຂງແຮງ ເຊິ່ງໄດ້ຫອບອູ້ມເອົາທັງເດັກແດງ ຊີ້ທາງໃຫ້ເດັກນ້ອຍ ແລະ ເຍົາວະຊົນ
ເຄື່ອນໄຫວຂໍທານນຳຜູ້ຄົນທີ່ຜ່ານກາຍໄປມາ ຫຼື ຮັບປະທານອາຫານຢູ່ໃນຍ່ານເສດຖະກິດ-ການທ່ອງທ່ຽວຂອງໂຕເມືອງໃຫຍ່
ໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ ພາບພົດດັ່ງກ່າວ ໄດ້ກໍ່ໃຫ້ເກີດມີຫຼາຍໆຄຳຖາມກ່ຽວກັບລະບຽບການທີ່ພາກສ່ວນ
ກ່ຽວຂ້ອງ ໂດຍສະພາະ ອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຫຼື ໜ່ວຍງານ
ຕ່າງໆເຊັ່ນ ອຳນາດການປົກຄອງທ້ອງຖິ່ນ ປກຊ-ປກສ ບ້ານ ຖ້າເບິ່ງຕາມບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່
ສັງຄົມ ກໍຄົງສາມາດຍື່ນມືມາແກ້ໄຂ ຫຼື ຫາລືກ່ຽວກັບມາດຕະການທີ່ຈະນຳໄປສູ່ການຈຳກັດບັນຫາປາກົດການຫຍໍ້ທໍ້ທີ່
ຕິດພັນກັບຄົນຂໍທານ.

……………..ຢ່າງໃດກໍຕາມ ຫຼາຍໜ່ວຍງານ ຫຼາຍອົງການຈັດຕັ້ງທີ່ຢູ່ໃນເຂດນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຫາລື
ເຖິງມາດຕະການທີ່ຈະນຳມາສູ່ການແກ້ໄຂບັນຫາຄົນຂໍທານທີ່ເລາະລ່ອງເຄື່ອນໄຫວຢູ່ໃນເຂດນະຄອນຫຼວງແລະຖືເປັນບ່ອນອີງ
ສຳຄັນອັນນຶ່ງເມື່ອອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງສະບັບເລກທີ 002/ຈນວ ລົງວັນທີ 01 ມີນາ 2012
ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນໂຕເມືອງ ແລະ ໃນຄຳສັ່ງຂໍ້ທີ 5 ກໍໄດ້ລະບຸກ່ຽວກັບການຄຸ້ມຄອງຄົນບ້າໄບ້
ເສຍຈິດ ຄົນຂໍທານ ເດັກຂາດຜູ້ປົກຄອງ ແລະ ແຮງງານຕ່າງປະເທດ ໂດຍເນັ້ນໃນວັກສຸດທ້າຍຂອງຄຳສັ່ງຂໍ້ທີ 5 ວ່າ ປກສ
ບ້ານ ກໍຄືໜ່ວຍສະເພາະກິດ ຕ້ອງກວດກາບັນຫານີ້ຢ່າງເຂັ້ມງວດ ຖ້າຫວນຄືນໄປໄລຍະປະມານສອງປີຫຼັງ ກໍຈະເຫັນວ່າທາງ
ອຳນາດການປົກຄອງບ້ານ ນາຍບ້ານ ແລະ ປກສ ບ້ານ ໄດ້ຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວໄດ້ດີສົມຄວນ ມາເຖິງປັດຈຸບັນນີ້
ຂະນະທີ່ການຂະຫຽາຍໂຕທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງຮອບດ້ານທີ່ພວມເຊື່ອມຊອດເຂົ້າມາເກືອບທຸກໆ
ຂະແໜງການຂອງສັງຄົມໃນນະຄອນຫຼວງ ແຕ່ວ່າບັນຫາຄົນຂໍທານຊ້ຳພັດກັບມາເຄື່ອນໄຫວເທື່ອໃໝ່ ມີລັກສະນະເປັນພຶງ-
ແພ-ກຸ່ມ-ກ້ອນ ທັງມີທ່າອ່ຽງເພີ່ມຂຶ້ນນັບມື້ ບັນຫາດັ່ງກ່າວຄື ອີກນຶ່ງສິ່ງທ້າທາຍທີ່ເປັນພາລະບົດບາດຂອງບັນດາອົງການ
ຈັດຕັ້ງທາງສັງຄົມ ຂອງອຳນາດການປົກຄອງທ້ອງຖີ່ນ ແລະ ອື່ນໆ ຖ້າປ່ອຍປະລະເລີຍກໍຈະເປັນເງື່ອນໄຂໃຫ້ເດັກນ້ອຍອີກ
ຫຼາຍໆຄົນທີ່ພວມຖືກຜູ້ປົກຄອງ ຫຼື ຜູ້ໃຫຍ່ບາງຄົນຍູ້ດັນໃຫ້ເຂົ້າມາສູ່ວົງຈອນຂໍທານໃນປັດຈຸບັນ ແລ້ວກໍຈະກາຍເປັນສາຍໄຍ
ຂະຫຽາຍໄປສູ່ການກະທຳຜິດກົດໝາຍອື່ນໆ ເຊິ່ງກ່ຽວພັນເຖິງຄວາມສະຫງົບສຸກ ຄວາມປອດໄພຂອງສັງຄົມນະຄອນຫຼວງ
ສິ່ງທີ່ໜ້າເປັນຫ່ວງກໍຄື ເດັກແດງ ເດັກນ້ອຍ ແລະ ເຍົາວະຊົນທີ່ຜູ້ໃຫຍ່ບາງກຸ່ມ-ບາງຄົນ ສວຍໃຊ້ເປັນເຄື່ອງມື ຫຼື ເປັນ
ເງື່ອນໄຂໃນການຂໍທານເຫຼົ່ານີ້ ຈະມີຄວາມເປັນໄປໄດ້ສູງທີ່ເຂົາເຈົ້າຈະຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງຈາກຄອບຄົວ
ຫຼື ຄົນໃກ້ຊິດ ແລະ ຖ້າບໍ່ມີວິທີທາງແກ້ໄຂທີ່ເໝາະສົມໃນການຊ່ອຍເຫຼືອເຂົາເຈົ້າຕັ້ງແຕ່ປັດຈຸບັນນີ້ເປັນຕົ້ນໄປ ກໍອາດເຮັດໃຫ້
ເດັກ ຫຼື ເຍົາວະຊົນ ເຫຼົ່ານັ້ນຊອກຫາທາງອອກສູ່ການດຳລົງຊີວິດໃນອະນາຄົດບໍ່ໄດ້ ແລະ ຈະກາຍເປັນນຶ່ງໃນບັນຫາຫຍໍ້ທໍ້
ຂອງສັງຄົມ.

ໂດຍ: ສ.ບົວພາ

One Comment

  1. Bounleuth says:

    ກ່ອນອື່ນກໍເຫັນພ້ອມນໍາທ່ານຜູ່ຂຽນສະຫຼຸບໄວ້ໃນຕອນທ້າຍຂອງບົດນີ້ທີ່ວ່າ “…ສິ່ງທີ່ໜ້າເປັນຫ່ວງກໍຄື ເດັກແດງ ເດັກນ້ອຍ ແລະເຍົາວະຊົນທີ່ຜູ່ໃຫຍ່ບາງກຸ່ມ-ບາງຄົນ ສວຍໃຊ້ເປັນເຄື່ອງມື ຫຼືເປັນເງື່ອນໄຂໃນການຂໍທານເຫຼົ່ານີ້ ຈະມີຄວາມເປັນໄປໄດ້ສູງທີ່ເຂົາເຈົ້າຈະຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງຈາກຄອບຄົວຫຼື ຄົນໃກ້ຊິດ ແລະຖ້າບໍ່ມີວິທີທາງແກ້ໄຂທີ່ເໝາະສົມໃນການຊ່ອຍເຫຼືອເຂົາເຈົ້າຕັ້ງແຕ່ປັດຈຸບັນນີ້ເປັນຕົ້ນໄປ ກໍອາດເຮັດໃຫ້ເດັກ ຫຼືເຍົາວະຊົນ ເຫຼົ່ານັ້ນຊອກຫາທາງອອກສູ່ການດຳລົງຊີວິດໃນອະນາຄົດບໍ່ໄດ້ ແລະຈະກາຍ ເປັນນຶ່ງໃນບັນຫາຫຍໍ້ທໍ້ຂອງສັງຄົມ…”.
    ພ້ອມດຽວກັນນີ້, ທ່ານຜູ່ຂຽນກໍຍັງໄດ້ເອີ່ຍເຖິງບາງສະພາບທີ່ຜ່ານມາວ່າ: “…ອົງການປົກຄອງນະຄອນ ຫຼວງວຽງຈັນ ໄດ້ອອກຄຳສັ່ງສະບັບເລກທີ 002/ຈນວ ລົງວັນທີ 01 ມີນາ 2012 ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນໂຕເມືອງ … ຖ້າຫວນຄືນໄປໄລຍະປະມານສອງປີຫຼັງ ກໍຈະເຫັນວ່າທາງອຳນາດການປົກ ຄອງບ້ານ ນາຍບ້ານ ແລະ ປກສ ບ້ານ ໄດ້ຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວໄດ້ດີສົມຄວນ ມາເຖິງປັດຈຸບັນນີ້ຂະນະທີ່ການຂະຫຽາຍໂຕທາງດ້ານເສດຖະກິດ-ສັງຄົມ … ແຕ່ວ່າບັນຫາຄົນຂໍທານຊ້ຳພັດກັບມາເຄື່ອນໄຫວເທື່ອໃໝ່ ມີລັກສະນະເປັນພຶງ-ແພ-ກຸ່ມ-ກ້ອນ ທັງມີທ່າອ່ຽງເພີ່ມຂຶ້ນນັບມື້…”. ເບິ່ງຈາກຂໍ້ຄວາມນີ້, ອັນທີ່ສະທ້ອນແຈ້ງທີ່ສຸດກໍຄືວ່າ “ບັນຫາ” ນີ້ເຄີຍເກີດຂຶ້ນມາແລ້ວ ແລະກໍໄດ້ມີແຈ້ງການເປັນລາຍລັກອັນສອນວ່າດ້ວຍການແກ້ໄຂບັນຫາດັ່ງກ່າວແລ້ວ ທັງຍັງບົ່ງວ່າໄລຍະນັ້ນບັນຫາໄດ້ຖືກແກ້ໄຂໄດ້ດີສົມຄວນ ແຕ່ມາຮອດດຽວນີ້ບັນຫານັ້ນຊໍ້າພັດມີລັກສະນະຟື້ນໂຕຄືນມາອີກ. ຫາກວ່າເປັນແນວນີ້ແທ້ກໍອາດມີຄວາມເປັນໄປໄດ້ວ່າ ການແກ້ບັນຫາເວລານັ້ນ ໂດຍສະເພາະແມ່ນຫົວໜ່ວຍປະຕິບັດ ອາດມີລັກສະນະແກ້ບັນຫາສະເພາະໜ້າ-ປາຍເຫດ, ຍັງບໍ່ທັນແກ້ແບບຍາວນານ-ຕົ້ນເຫດ ກໍອາດເປັນໄດ້!!!
    ແນວໃດກໍຕາມ, ຕໍ່ກັບບັນຫາທີ່ທ່ານຜູ່ຂຽນຍົກມານີ້, ເຄີຍໄດ້ຕັ້ງເປັນຂໍ້ແລກປ່ຽນມາແລ້ວຢູ່ໃນບົດໃດນຶ່ງ ແຕ່ກໍຂໍຕັ້ງເປັນຂໍ້ແລກປ່ຽນນໍາກັນອີກບາງອັນ. ໃນຄາວກ່ອນໆພຸ້ນ, ໂດຍທົ່ວໄປແລ້ວຄອບຄົວຄົນລາວເຮົາກໍມັກຈະປະກອບດ້ວຍຄົນ ໓ ຮຸນຢູ່ນໍາກັນຄື: ພໍ່ແມ່(ກ)‒ຜົວເມຍ(ຂ)‒ລູກ(ຄ). ແລະວິຖີຊີວິດກໍຈະເປັນໄປໃນຮູບແບບທີ່ວ່າ (ກ) ເປັນສູນເຕົ້າໂຮມຄວາມເປັນປຶກແຜ່ນໃນຄອບຄົວ, (ຂ) ເປັນຜູ່ເຮັດໜ້າທີ່ໃນການຊອກຢູ່ຫາກິນເພື່ອລ້ຽງຄອບຄົວ ເຊິ່ງອາດເວົ້າຕາມຖ້ອຍຄໍາສໍານວນປັດຈຸບັນວ່າ ເປັນແຮງງານຕົ້ນຕໍຂອງຄອບຄົວ, ແລະ (ຄ) ເປັນຜູ່ທີ່ຊ່ອຍວຽກ (ຂ) ຕາມສາຍງານເຊັ່ນວ່າ ຖ້າເປັນຜູ່ຊາຍກໍແມ່ນ ໃສ່ເບັດ, ໃສ່ມອງ, ໃສຕຸ້ມ, … ຖ້າເປັນແມ່ຍິງກໍແມ່ນ ເກັບຜັກ, ຫັກໜໍ່, ເຮັດກິນແລງງາຍ, … ເຊິ່ງອາດເວົ້າຕາມຖ້ອຍຄໍາສໍານວນປັດຈຸບັນວ່າ ເປັນແຮງງານສໍາຮອງຂອງຄອບຄົວ.
    ສາຍງານອັນທີ່ເວົ້າເຖິງນີ້ມີລັກສະນະເປັນມູນເຊື້ອ ທາງວັດທະນະທໍາແຫ່ງການດໍາລົງຊີວິດແບບສືບຕໍ່ກັນ. ເມື່ອໃຫຍ່ຂຶ້ນມາແດ່ຈັກໜ້ອຍ (ຂໍອະນຸຍາດບໍ່ລະບຸສໍ່າອາຍຸ) (ຄ) ທີ່ເປັນຜູ່ຊາຍກໍຈະມີການເລີ່ມເຂົ້າສູ່ການຮຽນຮູ້ອັນທີ່ເປັນອາຊີບເສີມເຊັ່ນ ຈັກຕອກ, ສານຂ້ອງ-ກະດົ້ງ-ກະບຸງ-ກະຕ່າ… ສ່ວນຜູ່ທີ່ເປັນແມ່ຍິງກໍຈະເລີ່ມເຂົ້າສູ່ວຽກງານການເຂັນຝ້າຍ, ຕໍ່າຫູກ, ສາວໄໝ, … ເຜືອວ່າຊິມີຄວາມຊໍານານໃນວຽກງານສ່ວນນີ້ ກໍພໍດີເຖິງໄວອາຍຸແຫ່ງການສ້າງຄອບຄົວ-ເອົາຜົວເອົາເມຍ ແລະເມື່ອ (ຄ) ໄດ້ແຕ່ງດອງຖືກຕ້ອງຕາມຮີດຄອງປະເພນີແລ້ວ ກໍຈະປ່ຽນສະພາບໄປເປັນ (ຂ) ຢ່າງສົມບູນແບບ ແລະພ້ອມທີ່ຊິສ້າງຄົນຮຸ່ນສືບທອດຂອງຕົນຕໍ່ໄປ! ສິ່ງເຫຼົ່ານີ້ຖືເປັນການເຮັດໃຫ້ຄອບຄົວເປັນຫົວໜ່ວຍທີ່ມີຄວາມເປັນປຶກແຜ່ນບົນພື້ນຖານການຊ່ອຍເຫຼືອກັນ ແຕ່ບົນສາຍງານທີ່ມີລັກສະນະຈັດແບ່ງຕາມປະເພນີຢ່າງຈະແຈ້ງສົມຄວນ!!!
    ບົນພື້ນຖານອັນທີ່ເວົ້າມານີ້, ອັນທີ່ເປັນລັກສະນະສະເພາະອັນນຶ່ງກໍຄືວ່າ ໂດຍພື້ນຖານແລ້ວ ຄົນລາວເຮົາເປັນຄົນມີນໍ້າໃຈເອື້ຶອເຟື້ອເຜື່ອແຜ່ “ຍາມເຮົາມີກໍປັນຜູ່ອື່ນ” ດ້ວຍຄວາມຫວັງວ່າ “ຍາມຜູ່ອື່ນມີກໍຊິປັນເຮົາ”. ເວລາຍັງນ້ອຍ ເຄີຍໄດ້ຍິນພໍ່ແມ່ບອກສອນຕະຫຼອດເວລາວ່າ “ເປັນອ້າຍເປັນນ້ອງກັນ/ເປັນເອື້ອຍເປັນນ້ອງກັນ ໄດ້ຫຍັງມາກະປັນກັນ; ອ້າຍເອື້ອຍໄດ້ຫຍັງມາກະປັນນ້ອງ ນ້ອງໄດ້ຫຍັງມາກະປັນອ້າຍປັນເອື້ອຍ”. ການແບ່ງສັນປັນສ່ວນກັນພາຍໃນຄອບຄົວ ກໍ່ໃຫ້ເກີດມີການຊ່ອຍເຫຼືອກັນ ພາຍໃນໝູ່ຍາດພີ່ນ້ອງ ແລະຂະຫຍາຍວົງກວ້າງອອກທົ່ວຊຸມຊົນ-ສັງຄົມ ຈົນກາຍເປັນຈຸດເດັ່ນອັນນຶ່ງຂອງຄົນລາວເຮົາ. ເບິ່ງຄືຈັ່ງວ່າຈຸດເດັ່ນອັນນີ້ມີຄວາມສໍາຄັນຫຼາຍຕໍ່ການດໍາລົງຊີວິດ ຈົນຄົນຮຸ່ນກ່ອນໆໄດ້ຝາກບົດຮຽນເປັນຖ້ອຍຄໍາສໍານວນໄວ້ວ່າ “ຊີ້ນໄປປາມາ; ອ້າຍຮູ້ສອງນ້ອງຮູ້ນຶ່ງ; ເຂົ້າເສັ້ນຫັກຜັກເສັ້ນນຶ່ງກໍແບ່ງປັນກັນ;…”. ຈຸດເດັ່ນອັນນີ້ຫາເບິ່ງຍາກຫຼາຍຢູ່ໃນສັງຄົມອື່ນ.
    ຂໍ້ບັນຫາທີ່ເກີດຂຶ້ນເຊິ່ງທ່ານຜູ່ຂຽນຍົກມານີ້ກໍຄືວ່າ ຄົນຈໍານວນນຶ່ງໄດ້ສວຍໃຊ້ຈຸດພິເສດອັນດີງາມອັນນີ້ ເພື່ອຜົນປະໂຫຍດຂອງຕົນເອງ ແຕ່ຊໍ້າພັດສ້າງຄວາມເສື່ອມເສຍ ຫຼືພາບພົດອັນບໍ່ດີໃຫ້ແກ່ສັງຄົມ ທັງໆທີ່ຕົນເອງກໍນອນຢູ່ໃນສັງຄົມອັນນີ້ດັ່ງດຽວກັນ. ການແກ້ໄຂບັນຫານີ້ຄວນໄດ້ຖືກດໍາເນີນໄປຢ່າງຕໍ່ເນື່ອງ ເພາະມັນມີລັກສະນະມີທ່າອຽງນໍາໃຊ້ການສືບທອດສາຍງານທາງປະເພນີໃນຄອບຄົວ ເມື່ອຄາວອະດີດອັນຍາວໄກສ່ວນໃດສ່ວນນຶ່ງ. ໃນຄາວກ່ອນໆພຸ້ນ, ຍາມເຫັນພໍ່ແມ່ໄປໄຮ່ໄປນາ-ໄປປ່າມາດົງ, ຊອກຢູ່ຫາກິນ, … ພວກລູກໆກໍຈະພ້ອມພາກັນຮຽນຮູ້-ເຮັດນໍາຈົນຊໍານານ ແລ້ວກໍດໍາເນີນການລ້ຽງຊີບສືບຕໍ່ກັນ! ແຕ່ສິ່ງທີ່ທ່ານຜູ່ຂຽນຍົກມານີ້ ຜູ່ທີ່ເປັນລູກໆ ຫຼືເດັກນ້ອຍມີລັກສະນະຖືກແກ່ດຶງເຂົ້າມາສູ່ອັນທີ່ເອີ້ນວ່າ “ຈຸດສ່ຽງ” ທີ່ອາດພາໃຫ້ເກີດປາກົດການທີ່ບໍ່ດີ ຫຼືປາກົດການຫຍໍ້ທໍ້ອັນອື່ນໆອີກ ເຊິ່ງຖືວ່າເປັນສິ່ງທີ່ຕ້ອງໄດ້ຖືກແກ້ໄຂຢ່າງຮີບຮ້ອນ-ທັນການ!!!

Leave a Reply

Your email address will not be published. Required fields are marked *

*