ໝູຊີ້ນແດງ ໄພຮ້າຍໃກ້ໂຕ ທີ່ບໍຄວນເບິ່ງຂວ້າມ

ໝູຊີ້ນແດງ ໄພຮ້າຍໃກ້ໂຕ ທີ່ບໍຄວນເບິ່ງຂວ້າມ

Posted by

ຊີ້ນດາດ ປີ້ງ ປິ່ນ ລາບ ຕົ້ມເຄັມ ແລະ ເມນູລົດຊາດແຊບຊ້ອຍອື່ນໆ ທີ່ມີ
ຊີ້ນໝູເປັນອົງປະກອບຫລັກທີ່ຫລາຍຄົນຕ່າງເຂົ້າໃຈວ່າ ມີຜົນຮ້າຍໜ້ອຍກວ່າ
ຊີ້ນງົວ ຄວາຍ ແບ້ ທີ່ມີໄຂມັນກ້າມເປັນປ່ຽງນັ້ນ! ຈະມີໜ່ວຍງານໃດສໍາຫລວດ
ຫຼື ບໍ່ວ່າ ຊີ້ນໝູທີ່ຈໍາໜ່າຍໃນທ້ອງຕະຫລາດເຫລົ່ານັ້ນ ມີໝູທີ່ລ້ຽງດ້ວຍວິທີ
ແບບທໍາມະຊາດຮອດ 10% ຫຼືບໍ່? ແລະ ນອກຈາກນັ້ນ ບອກໄດ້ເລີຍວ່າ
ແມ່ນໝູທີ່ມາຈາກ ຟາຣ໌ມ ທັງພາຍໃນ ແລະ ຕ່າງປະເທດທັງນັ້ນ.

….ຕາມຄໍາເລົ່າລືຈາກປະເທດເພື່ອນບ້ານ ໝູທີ່ລ້ຽງໃນຟາຣ໌ມ ສ່ວນໃຫຍ່
ຈະໄດ້ຮັບສານ ຮໍໂມນ (Hormone) ຫລຸດໄຂມັນ ຈົນຕົນໂຕສັ່ນປານຈັບໄຂ້
ແລ້ວມັນຈະມີຜົນຮ້າຍຕໍ່ຜູ້ບໍລິໂພກຫລາຍໜ້ອຍປານໃດ ຍັງບໍ່ມີນັກວິຊາການ
ອອກມາເປີດເຜີຍໃຫ້ປະຊາຊົນໄດ້ຮູ້ຢ່າງຈະແຈ້ງເລີຍ ຊຶ່ງພວກເຮົາມາຊອກຮູ້
ເບິ່ງວ່າ ການລ້ຽງໝູໃນຟາຣ໌ມ ມີຄວາມເປັນມາແນວໃດ ? ຜູ້ປະກອບການ
ດ້ານນີ້ ເຂົາດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບແນວໃດຕໍ່ສັງຄົມ ?

ມາຮູ້ຈັກກັບສານເລັ່ງຊີ້ນແດງໃນລະົບບຟາຣ໌ມ

….ປະມານ 10 ກວ່າປີມາແລ້ວ ໃນພູມີພາກນີ້ ໄດ້ມີການນໍາເອົາສານເຄມີ
ໃນກຸ່ມ ເບຕ້າ ອາໂກນິສຕ໌ (beta-agonist) ມາເປັນສານເລັ່ງຊີ້ນແດງ
ໃນຟາຣ໌ມໝູສ່ວນໃຫຍ່ ໂດຍທີ່ສານໂຕນີ້ ຈະເຂົ້າໄປຫລຸດຊ່ອງວ່າງຂອງ ເຊລລ໌
ໃຫ້ຕິດກັນຫລາຍຂຶ້ນ ແລະ ເຮັດໃຫ້ຫລຸດຊັ້ນໄຂມັນລົງ ປ່ຽນໄຂມັນໃຫ້ເປັນ
ກ້າມຊີ້ນ ຊຶ່ງສານທີ່ນິຍົມໃຊ້ມີ 2 ຊະນິດຄື ຊານບູທາມອລ(salbutamol)
ແລະ ເຄລນບູທາຣອລ (clenbutarol).

….ສານເຄລນບູທາຣອລ ເປັນສານຊະນິດທໍາອິດ ທີ່ເຈົ້າຂອງຟາຣ໌ມນິຍົມ
ນໍາເຂົ້າມາໃຊ້ຢ່າງກວ້າງຂວາງ ຈົນໜ່ວຍງານທີ່ກ່ຽວຂ້ອງອອກມາທັກທ້ວງວ່າ
ການນໍາ ສານເຄລນບູທາຣອລ ເຂົ້າມາໃຊ້ລ້ຽງໝູ ຍັງບໍ່ທັນມີການສຶກສາເຖິງ
ຜົນກະທົບທີ່ຈະເກີດຂຶ້ນກັບສັດ ແລະ ອັນຕະລາຍທີ່ຈະເກີດກັບຜູ້ບໍລິໂພກ
ຈິ່ງມີການຄວບຄຸມຢ່າງເຄັ່ງຄັດໃນການນໍາໃຊ້ ສານເຄລນບູທາຣອລ ເຮັດໃຫ້
ເຈົ້າຂອງຟາຣ໌ມຫັນມາໃຊ້ ສານຊານບູທາມອລ ເປັນໂຕເລັ່ງຊີ້ນແດງແທນ.

….ສານຊານບູທາມອລ ເປັນຢາໃຊ້ປິ່ນປົວຜູ້ປ່ວຍເປັນພະຍາດ ຫອບຫືດ
ໃນກຸ່ມ ເບຕ້າ ອາໂກນິສຕ໌ ໂດຍທີ່ສານກຸ່ມນີ້ຈະເຂົ້າໄປຈັບກັບໂປຣຕີນຮັບຢາ
ທີ່ຜິວເຊລລ໌ (adrenergic-receptor) ແລ້ວໂຕຮັບຢາຈະສ້າງສານ
catecholamines ແລ້ວໄປກະຕຸ້ນໃຫ້ມີການເລັ່ງການສ້າງ ເອັນໄຊມ໌
adrenergic cyclase ຊຶ່ງຈະເຂົ້າໄປເລັ່ງໃນລະບົບການເຜົາຜານ ສານ
ອາຫານໃນເຊລລ໌ ເຮັດໃຫ້ເກີດການຈະເລີນເຕີບໃຫຍ່ຂອງເຊລລ໌ ໂດຍສະເພາະ
ເຊລລ໌ກ້າມຊີ້ນ ເລັ່ງກະບວນການ glycolysis ເຮັດໃຫ້ປະລິມານໄຂມັນ
ຫລຸດລົງ ໂຮມທັງອາການຂ້າງຄຽງ ທີ່ເກີດຂຶ້ນກັບລະບົບອື່ນໆຂອງຮ່າງກາຍ.

….ການທີ່ສານນີ້ ຫາຊື້ໄດ້ງ່າຍ ແລະ ເປັນເຄມີພັນທີ່ໃຊ້ປະກອບການຜະລິດ
ຢາແຜນປັດຈຸບັນຊຶ່ງມີການຂຶ້ນທະບຽນໄວ້ແລ້ວ ຈິ່ງເຮັດໃຫ້ບັນຫາການໃຊ້
ສານເລັ່ງຊີ້ນແດງຍັງຄົງໂຕຢູ່ ແລະ ມີທ່າອຽງເຮັດໃຫ້ລະບົບການລ້ຽງແບບນີ້
ເປັນວິທີການທີ່ຖືກຕ້ອງ.

ໄພຮ້າຍຈາກສານເລັ່ງຊີ້ນແດງ

….ການນໍາ ສານເລັ່ງຊີ້ນແດງ ປະສົມໃນອາຫານ ແລະ ນໍ້າ ໃຫ້ໝູກິນ

ຈະເຮັດໃຫ້ເກີດສານຊີ້ນແດງຕົກຄ້າງໃນບໍລິເວນທີ່ເປັນເຄື່ອງໃນ ຊີ້ນກະໂພກ
ແລະ ຊີ້ນສັນໃນເປັນສ່ວນໃຫຍ່ ບັນຫາສໍາຄັນຢູ່ທີ່ ຜູ້ທີ່ແພ້ສານໃນກຸ່ມ ເບຕ້າ
ອາໂກນິສຕ໌ ກິນຊີ້ນໝູທີ່ມີການປົນເປື້ອນຈະມີຜົນຕໍ່ການທໍາງານຂອງລະບົບ

ປະສາດທີ່ຄວບຄຸມການທໍາງານຂອງກ້າມຊີ້ນຫົວໃຈ ຫລອດເລືອດ ຫລອດລົມ

ພົກຍ່ຽວເປັນຕົ້ນ ອາດເຮັດໃຫ້ເກີດອາການປຸ້ນທ້ອງ ປວດຮາກ ມືສັ່ນ ເຈັບຫົວ

ກ້າມຊີ້ນສະເໝັ່ນ ຫົວໃຈເຕັ້ນຜິດປົກກະຕິ ຊຶ່ງໂດຍທົ່ວໄປ ສານໂຕນີ້ ໄດ້ຖືກ

ຫ້າມໃຊ້ເດັດຂາດໃນກຸ່ມຄົນເປັນ ພະຍາດຫົວໃຈ ເບົາຫວານ ບ້າໝູ ຄວາມດັນ

ເລືອດສູງ ໄທຣອຍ (thyroid) ແມ່ຍິງຖືພາ ຈິ່ງຕ້ອງລະມັດລະວັງໃນການກິນ

ຊີ້ນທີ່ປົນເປື້ອນສານເລັ່ງຊີ້ນແດງ.

ເຄື່ອງກວດສານເລັ່ງຊີ້ນແດງ

….ປັດຈຸບັນ ມີເຄື່ອງກວດກາສານຕົກຄ້າງໃນຊີ້ນແດງ ແລະ ບັນຫາຂອງໄກ່
ແລະຊີ້ນໝູ ຊຶ່ງສາມາດກວດກາ ເພື່ອປະກັນຄວາມປອດໄພຂອງຜູ້ບໍລິໂພກ
ແລະ ສ້າງຄວາມຍຸຕິທໍາລະຫວ່າງຜູ້ປະກອບການທີ່ດໍາເນີນທຸລະກິດເພື່ອ
ບໍລິການສັງຄົມ ພ້ອມທັງ ຜົນກໍາໄລເພື່ອການຜະລິດສໍາ ແລະ ຜູ້ບໍລິໂພກ
ທີ່ໃຊ້ເງິນຈາກນໍ້າເຫື່ອນໍ້າແຮງມາຊື້ໃນສິ່ງທີ່ຕົນຄິດວ່າຈະເປັນແນວບໍາລຸງລ້ຽງ
ເພື່ອການມີຊີວິດ ແລະ ສືບຕໍ່ປະກອບສ່ວນໃນການສ້າງສາບ້ານເມືອງຕໍ່ໄປ
ໃຫ້ໄດ້ບໍລິໂພກສິ່ງທີ່ເປັນສານບໍາລຸງ ແທນການຮັບສານພິດທີ່ຕ້ອງໄດ້ໃຊ້ເງິນຊື້
ເພື່ອມາເບືອໂຕເອງໃນແຕ່ລະວັນ ເພາະເຄື່ອງກວດດັ່ງກ່າວ ໃນປະເທດໃກ້ຄຽງ
ກໍສາມາດຜະລິດໄດ້ແລ້ວ ແລະ ລາຄາຄົງບໍ່ແພງ ແຕ່ເຖິງວ່າຈະແພງ ຫາກ
ນໍາມາຊັ່ງຊາກັບ ຊີວິດ ແລະ ສະຫວັດດີພາບ ຂອງຄົນໃນສັງຄົມແລ້ວ ເຊື່ອວ່າ
ຜາງຊິງຄົງສູງຕໍ່າລື່ນກັນປານຟ້າກັບເຫວແນ່ນອນ…ກໍຂຶ້ນກັບວ່າ ເຮົາຢາກຈະ
ກວດມັນ ຫຼື ບໍ່ ?

ວິທີສັງເກດເວລາເລືອກຊື້

….ບັນຫາຊີ້ນໝູປົນເປື້ອນສານເລັ່ງຊີ້ນແດງ ຄົງບໍ່ສາມາດແກ້ໄຂໄດ້ພາຍໃນ
ໄລຍະອັນສັ້ນ ສະນັ້ນ ກໍຕ້ອງອາໄສຄວາມສາມາດ ຄວາມຊ່າງສັງເກດຂອງຜູ້
ບໍລິໂພກເອງທີ່ຈະຕ້ອງຮູ້ຈັກເລືອກຊື້ ເລືອກກິນ.

….ວິທີກວດສອບແບບງ່າຍໆ ແລະ ໄດ້ຜົນດີທີ່ສຸດໃນຂະນະນີ້ມີວິທີດຽວ ຄື
ພະຍາຍາມເລືອກຊື້ຊີ້ນໝູທີ່ຕິດມັນຫລາຍໆຈະປອດໄພຫລາຍຂຶ້ນ ເຊັ່ນດຽວ
ກັບການເລືອກຊື້ຜັກສົດປອດຢາຂ້າແມງໄມ້ ໃຫ້ເລືອກຜັກທີ່ມີຮູບົ້ງເຈາະ
ແຕ່ປານນັ້ນກໍຍັງບໍ່ຮັບປະກັນ ເພາະຍັງມີພວກຫົວຂີ້ສໍ້ຈໍານວນໜຶ່ງລວງຕາ
ດ້ວຍການຂົ້ວດິນຊາຍໃຫ້ຮ້ອນແລ້ວພຶກໃສ່ຜັກໃຫ້ໄໝ້ເປັນຮູກະປ່ອງກະແປ່ງ
ເໝືອນຮູບົ້ງເຈາະ….ເຮົາກັບມາສູ່ເລື່ອງໝູໆກັນຕໍ່໋ ໂດຍປົກກະຕິແລ້ວ
ໝູສາມຊັ້ນທີ່ລ້ຽງດ້ວຍວິທີທໍາມະຊາດ ຈະມີສັດສ່ວນຂອງຊັ້ນມັນຢູ່ປະມານ
60% ມີຊິ້ນແດງ 40% ສ່ວນໝູທີ່ມີການໃຊ້ສານເລັ່ງຊີ້ນແດງຈະມີສັດສ່ວນ
ມັນປະມານ 30% ມີຊີ້ນແດງປະມານ 70% ແລະ ຂໍ້ສັງເກດອີກຢ່າງໜຶ່ງກໍຄື
ຊີ້ນໝູທີ່ປົນເປື້ອນສານເລັ່ງຊີ້ນແດງ ຖ້າປະໄວ້ 2-3 ຊົ່ວໂມງໃຫ້ສໍາຜັດກັບ
ອາກາດ ມັກຈະມີສີເຂັ້ມກວ່າຊີ້ນໝູທີ່ລ້ຽງປົກກະຕິ ຍິ່ງເປັນຊີ້ນໝູທີ່ວາງໄວ້
ບ່ອນໂລ່ງແຈ້ງ ແຕ່ບໍ່ມີແມງວັນຕອມ ຕ້ອງລະວັງເປັນພິເສດ.

….ເຊື່ອວ່າ ມະຫັນຕະໄພຊີ້ນໝູປົນເປື້ອນສານເລັ່ງຊີ້ນແດງ ຄົງຍັງລ້າງຜານ
ຜູ້ບໍລິໂພກທີ່ມີທາງເລືອກໜ້ອຍຕໍ່ໄປ ຫາກຜູ້ປະກອບການ ຜູ້ທີ່ກ່ຽວຂ້ອງໂດຍ
ໜ້າທີ່ ຜູ້ທີ່ຢືນຢູ່ເບື້ອງໜ້າເບື້ອງຫລັງ ແລະ ຜູ້ວາງກົດກະຕິກາ ຍັງເບິ່ງບໍ່ເຫັນ
ຄຸນຄ່າຂອງຊີວິດ ເຫັນມະນຸດເປັນເໝືອນ ຂັ້ນໄດເພື່ອປີນປ່າຍສູ່ຄວາມມັ່ງມີ
ແລະ ຜົນລັບຕໍ່ໄປກໍຄື ຊັບພະຍາກອນມະນຸດ ຖືກບັ່ນທອນທາງດ້ານສຸຂະພາບ
ແຮງງານທີ່ເປັນໂຕຂັບເຄື່ອນສັງຄົມ ຂັບເຄື່ອນເສດຖະກິດ ຖືກທໍາລາຍໃຫ້
ເປ້ຍລ່ອຍ ລັດຕ້ອງເສຍເງິນສະຫວັດດີການສູງຂຶ້ນ ຊຶ່ງນັບເປັນເລື່ອງທີ່ຂາດ
ມະນຸດສະທໍາທີ່ໜ້າເສົ້າຂອງໂລກໃນຍຸກທີ່ ວິທະຍາສາດກ້າວໜ້າສູ່ທາງລົບ
ຊຶ່ງມັນຂັດກັບແນວທາງທີ່ຈະກ້າວສູ່ເປົ້າໝາຍສະຫັດສະວັດດ້ານການພັດທະນາ
ໃນປີ 2020.

 

ໂດຍ: ນໍ້າຫວານ

One Comment

  1. Bounleuth says:

    ໃນຖານະວ່າຜູ້ບໍລິໂພກທີ່ບໍ່ແມ່ນຜູ້ກິນເຈຫຼາຍຄົນ ນັບທັງຜູ້ທີ່ກິນອາຫານຢູ່ເຮືອນຕົນເອງ ເຊິ່ງມີຊີ້ນທີ່ໄປຊື້ເອົາມາເປັນວັດຖຸອັນນຶ່ງເພື່ອປຸງແຕ່ງ ແລະຜູ້ທີ່ມີໂອກາດໃນການອອກໄປກິນອາຫານປະເພດຕ່າງໆຢູ່ຕາມຮ້ານ ໂດຍສະເພາະກໍແມ່ນອັນທີ່ເອີ້ນກັນໂດຍທົ່ວໄປວ່າຮ້ານປີ້ງ…ຈີ່…ດາດ…ຈຸ່ມ… ບໍ່ວ່າຈະເພື່ອເປັນການສັງສັນກັນໃນໂອກາດໃດນຶ່ງ ຫຼືເພື່ອປ່ຽນພາເຂົ້າຕາມວິຖີຊີວິດທີ່ຖືກັນເອົາເອງວ່າເປັນແບບທັນສະໄໝ ເມື່ອໄດ້ອ່ານບົດນີ້ແລ້ວກໍຄົງລ້ວນແລ້ວແຕ່ອົດຄຶດຢ້ານຄືນຫຼັງບໍ່ໄດ້ ຫຼືຢ່າງໜ້ອຍກໍຄືຊິອົດສົງໄສບໍ່ໄດ້ວ່າ ສິ່ງທີ່ຕົນເອງບໍລິໂພກຜ່ານມານັ້ນນັບທັງອັນທີ່ເປັນຄາບ ແລະບໍ່ເປັນຄາບ ຊິບໍ່ມີແນວເປັນພິດຄືເພິ່ນວ່ານັ້ນຄ້າງຢູ່ນໍາແນ່ບໍ?!?
    ເບິ່ງຕາມເນື້ອໃນບົດທີ່ແຈ້ງອອກ, ຄວາມເປັນອັນຕະລາຍຂອງທາດພິດດັ່ງກ່າວນີ້ແມ່ນມີຄວາມຮຸນແຮງຫຼາຍ: “…ບັນຫາສໍາຄັນຢູ່ທີ່ຜູ້ທີ່ແພ້ສານໃນກຸ່ມເບຕ້າອາໂກນິສຕ໌ ກິນຊີ້ນໝູທີ່ມີການປົນເປື້ອນຈະມີຜົນຕໍ່ການ ທໍາງານຂອງລະບົບປະສາດທີ່ຄວບຄຸມການທໍາງານຂອງກ້າມຊີ້ນຫົວໃຈ ຫລອດເລືອດ ຫລອດລົມ ພົກຍ່ຽວ ເປັນຕົ້ນ ອາດເຮັດໃຫ້ເກີດອາການປຸ້ນທ້ອງ ປວດຮາກ ມືສັ່ນ ເຈັບຫົວ ກ້າມຊີ້ນສະເໝັ່ນ ຫົວໃຈເຕັ້ນຜິດປົກກະຕິ…”(໑). ແຕ່ທາດເບື່ອດັ່ງກ່າວນີ້ບໍ່ໄດ້ເກີດຂຶ້ນເອງ ຕັ້ງວ່າແມ່ນຄົນເປັນຜູ້ເຮັດໃຫ້ມັນເກີດ: “…ປະມານ 10 ກວ່າປີມາແລ້ວ ໃນພູມີພາກນີ້ ໄດ້ມີການນໍາເອົາສານເຄມີໃນກຸ່ມ ເບຕ້າອາໂກນິສຕ໌ (beta-agonist) ມາເປັນສານເລັ່ງຊີ້ນແດງໃນຟາຣ໌ມໝູສ່ວນໃຫຍ່…”(໒). ເຖິງປານນັ້ນກໍຕາມ, ອັນທີ່ເກີດຂຶ້ນພັດຄືວ່າມີລັກສະນະຢູ່ປະເທດອື່ນ: “ຕາມຄໍາເລົ່າລືຈາກປະເທດເພື່ອນບ້ານ ໝູທີ່ລ້ຽງໃນຟາຣ໌ມ ສ່ວນໃຫຍ່ຈະໄດ້ຮັບສານຮໍໂມນ (Hormone) ຫລຸດໄຂມັນ ຈົນຕົນໂຕສັ່ນປານຈັບໄຂ້ ແລ້ວມັນຈະມີຜົນຮ້າຍຕໍ່ຜູ້ບໍລິໂພກຫລາຍໜ້ອຍປານໃດ ຍັງບໍ່ມີນັກວິຊາການອອກມາເປີດ ເຜີຍໃຫ້ປະຊາຊົນໄດ້ຮູ້ຢ່າງຈະແຈ້ງເລີຍ…”(໓).
    ຫາກເວົ້າເຖິງ (໑), ຜູ້ບໍລິໂພກທົ່ວໄປຄືຊິເຂົ້າໃຈຍາກສົມຄວນ ເພາະມີລັກສະນະເປັນວິຊາການສູງອີ່ຫຼີ; ແມ່ນວ່າອ່ານແລະຟັງຂໍ້ຄວາມດັ່ງກ່າວນີ້ໄດ້ ແຕ່ກໍບໍ່ສາມາດເຂົ້າໃຈຂະບວນການຕ່າງໆໄດ້ຢ່າງທະລຸໂລ່ງ. ອັນທີ່ສໍາຄັນອັນນຶ່ງກໍຄືວ່າ ຄົນຈໍານວນນຶ່ງບໍ່ມັກຖືສາຄວາມເຈັບເປັນເອັນອຸ່ນເລັກໆນ້ອຍໆ ຈົນເຮັດໃຫ້ຄວາມຊິນເຄີຍອັນນັ້ນເປັນແນວກັ້ນຕົນເອງເພື່ອຮຽນຮູ້-ຮັບຮູ້ອັນໃໝ່, ຫຍຸ້ງຍາກສົມຄວນ!!! ດ້ານນຶ່ງອີກ, ຄວາມບໍ່ເປັນປົກກະຕິຂອງຮ່າງກາຍຂອງຄົນຜູ້ທີ່ກິນຊີ້ນທີ່ມີທາດເບື່ອຊະນິດນີ້ຕົກຄ້າງຢູ່ ກໍຄືຈັ່ງວ່າເປັນນໍາແຕ່ສະເພາະຜູ້ທີ່ມີຮ່າງກາຍບໍ່ມີຄວາມຕ້ານທານຕໍ່ທາດທີ່ຢູ່ໃນກຸ່ມເບຕາອາໂກນິດ: “….ຜູ້ທີ່ແພ້ສານໃນກຸ່ມເບຕ້າອາໂກນິສຕ໌ ກິນຊີ້ນໝູທີ່ມີການປົນເປື້ອນຈະມີຜົນຕໍ່ການທໍາງານ…”. ຂໍ້ສົງໄສອາດຕັ້ງຂຶ້ນໄດ້ວ່າ ສໍາລັບຜູ້ທີ່ມີຮ່າງກາຍທີ່ມີຄວາມຕ້ານທານສູງ ຫຼືທາດຕ່າງໆທີ່ຢູ່ໃນກຸ່ມເບຕາອາໂກນິດເຮັດຫຍັງຕໍ່ຮ່າງເຂົາເຈົ້າບໍ່ໄດ້ເດ ຫາກກິນອາຫານທີ່ມີທາດກຸ່ມດັ່ງກ່າວເຈືອປົນຢູ່ຊິບໍ່ມີຜົນສະທ້ອນແນວໃດແດ່ບໍ???
    ຕໍ່ກັບອັນ (໒), ຫຼາຍຄົນອາດຕັ້ງເປັນຫຼາຍບັນຫາ ເຊິ່ງກ່ອນອື່ນໝົດກໍຄົງເວົ້າໄດ້ວ່າ ທາດເຄມີກຸ່ມດັ່ງກ່າວນີ້ຖືກນໍາໃຊ້ເຂົ້າກັບການເລັ່ງໃຫ້ໝູມີຊີ້ນຫຼາຍ ຫຼືເວົ້າວ່າປັ້ນປ່ຽນນໍ້າມັນໃຫ້ເປັນຊີ້ນໃຫ້ໄດ້ຫຼາຍເທົ່າທີ່ຊິຫຼາຍໄດ້, ວ່າຊັ້ນສາ: “…ເຮັດໃຫ້ຫລຸດຊັ້ນໄຂມັນລົງ ປ່ຽນໄຂມັນໃຫ້ເປັນກ້າມຊີ້ນ…”. ພວກເຮົາໃນຖານະວ່າເປັນຜູ້ກິນກະລອງຄຶດນໍາກັນເບິ່ງວ່າ ໄປຊື້ຊີ້ນໝູຢູ່ຕະຫຼາດມາແຕ່ງກິນໃນແຕ່ລະເທື່ອນັ້ນ ກະຄືຊິມີມາດຖານໃກ້ຄຽງກັນ ຫຼືວ່າອັນດຽວກັນຊໍ້າຄື ເລືອກເອົາຕ່ອນ-ສ່ວນທີ່ມີ “ຊີ້ນຫຼາຍ-ນໍ້າມັນໜ້ອຍ” ແລະກໍພາກັນກິນແນວນັ້ນມາເປັນເວລາທົດສະວັດນຶ່ງແລ້ວ!! ຊິມີຫຼາຍເທື່ອຢູ່ບໍນໍທີ່ຊີ້ນແຕ່ລະຕ່ອນທີ່ແຕ່ລະຄົນຊື້ມາ ເພື່ອແຕ່ງເປັນອາຫານສູ່ກັນກິນພາຍໃນຄອບຄົວຂອງຕົນເອງນັ້ນ ບໍ່ແມ່ນຕ່ອນທີ່ໄຂມັນຖືກປັ້ນປ່ຽນມາເປັນ!!!
    ອັນທີ (໓) ຖືວ່າເປັນເລື່ອງທີ່ເກີດມີຢູ່ປະເທດອື່ນ: “ຕາມຄໍາເລົ່າລືຈາກປະເທດເພື່ອນບ້ານ…” ແຕ່ຊໍ້າພັດລາມມາຮອດປະເທດເຮົາ ເຊິ່ງກະຖືວ່າເປັນໄປຕາມຍຸກສະໄໝ ຫຼືອັນທີ່ເອີ້ນກັນວ່າໂລກາພິວັດ. ຂໍ້ບັນຫາກໍຄືວ່າ ຫາກອັນທີ່ເວົ້າເຖິງນີ້ເປັນ “ຄໍາເລົ່າລື” ກໍຄົງຊິມີອັນເປັນຄືວ່າແທ້ ແລະອັນບໍ່ເປັນກໍຄົງຊິມີ ແຕ່ຄັນຊິຕັ້ງເປັນຂໍ້ຖາມວ່າອັນໃດຫຼາຍອັນໃດໜ້ອຍກໍຄືຊິເວົ້າໄດ້ຍາກຫຼາຍ. ເຖິງປານນັ້ນກໍຕາມ, ແມ່ນວ່າຊິເປັນພຽງແຕ່ຄໍາເລົ່າລືກໍຄວນໄດ້ມີສະຕິເພາະເລົ່າລືກ່ຽວກັບແນວເປັນອັນຕະລາຍຕໍ່ສຸຂະພາບ ແລະແນວອັນນັ້ນມັນກໍຝັງຢູ່ໃນຊີ້ນໝູທີ່ມີຂາຍປົນກັນກັບຊີ້ນໝູແນວອື່ນໆຢູ່ຕາມຕະຫຼາດ-ບ່ອນຂາຍຊີ້ນແຫ່ງຕ່າງໆຢູ່ບ້ານເຮົາເມືອງເຮົານີ້ ຄືກັບການຕັ້ງເປັນຂໍ້ສັງເກດຂອງບົດນີ້: “…ຈະມີໜ່ວຍງານໃດສໍາຫລວດຫຼືບໍ່ວ່າ ຊີ້ນໝູທີ່ຈໍາໜ່າຍໃນທ້ອງຕະຫລາດເຫລົ່ານັ້ນ ມີໝູທີ່ລ້ຽງດ້ວຍວິທີແບບທໍາມະຊາດຮອດ 10% ຫຼືບໍ່? ແລະນອກຈາກນັ້ນ ບອກໄດ້ເລີຍວ່າແມ່ນໝູທີ່ມາຈາກ ຟາຣ໌ມ ທັງພາຍໃນ ແລະ ຕ່າງປະເທດທັງນັ້ນ…”.
    ເບິ່ງແນວນຶ່ງ, ອັນທີ່ເປັນສ່ວນອັນຕະລາຍຂອງໝູທີ່ວ່ານີ້ ກໍຕັ້ງວ່າພໍດີກົງກັບວັດທະນະທໍາທາງອາຫານຂອງຄົນລາວເຮົາອີ່ຫຼີ. ເວົ້າແນວນີ້ກໍເພາະວ່າ ຄັນວ່າຊີ້ນກໍຕ້ອງແມ່ນ “ຊີ້ນສັນ” ຮອງລົງມາກະແມ່ນ “ຊີ້ນຂາຫຼັງ” ແລະແຖມດ້ວຍອັນປະກອບຕື່ມອີກຄື “ເຄື່ອງໃນ” ແຕ່ສ່ວນຕ່າງໆເຫຼົ່ານີ້ຊໍ້າພັດວ່າເປັນບ່ອນກັກເກັບທ້ອນທາດອັນຕະລາຍປະເພດດັ່ງກ່າວນັ້ນໄວ້: “…ຈະເຮັດໃຫ້ເກີດສານຊີ້ນແດງຕົກຄ້າງໃນບໍລິເວນທີ່ເປັນເຄື່ອງໃນ ຊີ້ນກະໂພກ ແລະຊີ້ນສັນໃນເປັນສ່ວນໃຫຍ່…”!?! ສະພາບຂອງຄົນເຮົາກິນອາຫານທີ່ແຕ່ງຈາກສ່ວນຕ່າງໆທີ່ເວົ້າເຖິງນີ້ ສໍານຶກເບິ່ງແລ້ວກໍຄືກັບ “ຄົນເຈັບກິນຢາງບາງຊະນິດ” ນີ້ລະ! ເມື່ອເຈັບເປັນມາກໍຕ້ອງກິນຢາ ເຊິ່ງກໍມີທັງຫາກິນເອງກັບກິນຕາມທ່ານໝໍແນະນໍາ; ເຮົາກິນຢາກໍເພື່ອໃຫ້ອາການເຈັບຫາຍ ແຕ່ສ່ວນປະກອບບາງອັນຂອງຢາທີ່ເຮົາກິນນັ້ນກໍອາດມີຜົນຂ້າງຄຽງແນວອື່ນອີກ! ເຮົາກິນອາຫານຊໍ້າພັດມີສອງແນວເພື່ອຄື ໃຫ້ຄວາມຫີວຫາຍໄປ ແລະບໍາລຸງສຸຂະພາບ; ຄັນວ່າເປັນອາຫານທີ່ແຕ່ງຈາກແນວທີ່ມີພິດເຮົາກໍໄດ້ແຕ່ເພື່ອແນວດຽວ ສ່ວນແນວທີສອງແມ່ນກົງກັນຂ້າມຄືເປັນການ “ທໍາລາຍສຸຂະພາບ” ແບບບໍ່ຮູ້ສຶກຕົວ!!!
    ອັນນຶ່ງອີກທີ່ຢາກຕັ້ງເປັນຂໍ້ແລກປ່ຽນໍາກັນອີກກໍຄືວ່າ ພວກເຮົາເຈົ້າຂ້ອຍໃນຖານະຜູ້ບໍລິໂພກກໍອາດມີອັນທີ່ພາໃຫ້ເກີດບັນຫານີ້ໂດຍທາງອ້ອມ ຫຼືແບບບໍ່ຮູ້ສຶກຕົວ! ເວົ້າແນວນີ້ກໍເພາະວ່າ ເລື່ອງທີ່ເກີດຂຶ້ນນີ້ປະຕິເສດບໍ່ໄດ້ວ່າແມ່ນເລື່ອງຂອງ “ກົນໄກການຕະຫຼາດ”; ລູກຄ້າຢາກໄດ້ຕ່ອນຊີ້ນໝູທີ່ບໍ່ມີນໍ້າມັນຕິດ ຜູ້ຜະລິດກໍຕ້ອງຫາເອົາຊີ້ນທີ່ບໍ່ມີນໍ້າມັນຕິດຂາຍໃຫ້ ຖືວ່າເປັນການ “ຕອບສະໜອງຄວາມຕ້ອງການຂອງຕະຫຼາດ”. ບັນຫາທີ່ເກີດຂຶ້ນກໍຄືວ່າ ຄວາມຕ້ອງການມີຫຼາຍ ເຮັດແນວໃດຈຶ່ງຈະຕອບສະໜອງໄດ້ທັນ? ແມ່ນຢູ່ບ່ອນນີ້ລະທີ່ “ວິທີການ” ໃນການເຮັດໃຫ້ແນວເອົາມາຕອບສະໜອງນັ້ນຜິດພ້ຽນໄປຈາກອັນເດີມ. ການຜິດແຜກແປກຕ່າງໄປນີ້ກໍມີທັງອັນທີ່ມີລັກສະນະລັກລອບ-ຝ່າຝືນກົດໝາຍ ແລະມີທັງອັນທີ່ເບິ່ງຄືວ່າບໍ່ຝ່າຝືນກົດຫຼາຍໂດຍກົງ ແຕ່ຊໍ້າພັດຄືຈັ່ງວ່າມີລັກສະນະຂີ້ຫຼັກ-ຂີ້ສໍ້ ຖືກກັບຄວາມບູຮານທີ່ວ່າ “ຕາຫຼັກໄດ້ ຕາໃບ້ເສຍ”!!!
    ເວົ້າແນວນຶ່ງ, ຊີ້ນໝູທີ່ເອົາມາຂາຍ ເຊິ່ງມີບັນຫານັ້ນແມ່ນຊີ້ນໝູທີ່ລ້ຽງແບບທັນສະໄໝ (ຂໍອະນຸຍາດໃຊ້ຄໍານີ້) ແຕ່ຜູ້ຊື້ຊໍ້າພັດຍັງຊື້ຕາມແນວຄວາມຄຶດອັນເກົ່າຄື ເຫັນວ່າຕ່ອນໃດມີຊີ້ນຫຼາຍກ່ອນນໍ້າມັນກໍຊື້ໂລດ! ກະຈັກຊິເຮັດແນວໃດ, ບໍ່ວ່າເພິ່ນວ່າໂຕລະຂອງແນວວ່າເຄີຍເປັນມາແນວນັ້ນ ແລະບໍ່ຮູ້ວ່າຜູ້ຜະລິດຊິມີຈິດໃຈໂລບມາກໂລພາແອບແຝງຢູ່ຈົນເຖິງຂັ້ນວ່າເຫັນຜູ້ບໍລິໂພກ ເຊິ່ງເປັນຜູ້ຊ່ອຍຊູ-ເຮັດໃຫ້ທຸລະກິດຂອງຕົນຂະຫຍາຍຕົວແທ້ໆ ເປັນພຽງເຄື່ອງມືເພື່ອສ້າງຄວາມເຕີບໃຫຍ່ທາງທຸລະກິດຂອງຕົນເອງທໍ່ນັ້ນ! ນີ້ບໍທີ່ເວົ້າກັນວ່າ ການພັດທະນາ-ຄວາມທັນສະໄໝ? ຄືຊິແມ່ນພັດທະນາ-ທັນສະໄໝແຕ່ສະເພາະວັດຖຸທໍ່ນັ້ນ ສ່ວນ “ຈິດໃຈ” ຂອງຄົນບໍ່ໄດ້ຮັບການພັດທະນາໃຫ້ທັນສະໄໝຂຶ້ນໄປນໍາຈັກດີ້ ແຕ່ຖືກຊຸກອອກໄປໄວ້ຢູ່ຂອບຟ້າເຂົາຂຽວບ່ອນໃດກະບໍ່ຮູ້!!!

Leave a Reply

Your email address will not be published. Required fields are marked *

*